ຜີພະນັນເຂົ້າສິງ!ລັກເງິນເມຍໄປຫຼິ້ນໄພ້ ແລະ ໄປດຶງສາຍຄໍຄຳຄົນອື່ນອີກ

    0
    493

    ເກີດເຫດ ຊິງຊັບ ຢູ່ບ້ານໂພນກຸງ ນະຄອນປາກເຊ ແຂວງຈຳປາສັກ ໃນວັນທີ 4 ກຸມພາ 2021 ໄດ້ມີຄົນຮ້າຍ 1 ຄົນ ໄດ້ຂັບຂີ່ລົດຈັກສະກຸບປີ້ສີຂາວ ບໍ່ມີປ້າຍ ປະຊາຊົນບ້ານໂພນກຸງ ນະຄອນປາກເຊ ໄດ້ມາດຶງເອົາສາຍຄໍຄຳ ນໍ້າໜັກ 6 ບາດໃນຄໍ ຈາກທ້າວຄຳຕັນ 58 ປີ ຢູ່ຂ້າງຮ້ານອາຫານແຫ່ງໜຶ່ງຢູ່ບ້ານໂພນກຸງ ນະຄອນປາກເຊ ແຂວງຈຳປາສັກ.

    ຜ່ານການລົງສືບໄປມາຂອງເຈົ້າໜ້າທີ່ ໃນວັນທີ 1 ເມສາ 2021 ຈຶ່ງຮູ້ວ່າ ຄົນ ຮ້າ ຍລົງມືກໍ່ເ ຫ ດຊື່ ທ້າວ ຄຳທະວີ ອາຍຸ 31 ປີ ສັນຊາດລາວ ອາຊີບກຳມະກອນ ຢູ່ບ້ານຫໍພະແກ້ວ ເມືອງໂພນທອງ ແຂວງຈຳປາສັກ, ຜ່ານການສືບສວນສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນເດືອນກຸມພາ 2019 ໄດ້ ລັ ກເອົາເງິນເມຍ ຈຳນວນ 15 ລ້ານກີບ ໄປຫຼີ້ນເກມຈົນໝົດ ດັ່ງນັ້ນຈຶ່ງຢ້ານເມຍຮູ້ ໃນເດືອນກັນຍາ 2020 ຜູ້ກ່ຽວໄດ້ເຂົ້າຫວຍນຳໝູ່ຢູ່ບ້ານຈັດສັນ ນະຄອນປາກເຊ ແຂວງຈຳປາສັກ ແລະ ເປຍຫວຍໄດ້ເງິນຈຳນວນ 22 ລ້ານກີບແລ້ວເອົາໄປແທນເງິນເມຍທີ່ລັກໄປ.

    ຈາກນັ້ນກໍ່ບໍ່ມີເງິນໃສ່ຫວຍຕໍ່ ມາຮອດວັນທີ 4 ກຸມພາ 2021 ຈຶ່ງໄດ້ຂີ່ລົດຈັກສະກຸບປີ້ໄປເຂດບ້ານໂພນກຸງ ພໍຜ່ານໄປກໍ່ເຫັນທ້າວຄຳຕັນ ໃສ່ສາຍຄໍຄຳຂີ່ລົດຈັກສວນທາງກັນ ກໍ່ເລີຍຄິດຢາກໄດ້ຄຳໄປຂາຍໄປໃຫ້ຄ່າຫວຍ ຈຶ່ງໄດ້ຂັບລົດຕາມຫຼັງທ້າວຄຳຕັນ ພ້ອມຂີ່ລົດໄປຮຽງຂ້າງແລ້ວດຶງເອົາສາຍຄໍຄຳແລ້ວລົບໜີໄປ.

    ຈາກນັ້ນກໍ່ເອົາຄຳໄປຂາຍຢູ່ຮ້ານຂາຍຄຳແຫ່ງໜຶ່ງຢູ່ຕະຫຼາດດາວເຮືອງນະຄອນປາກເຊ ໂດຍໄດ້ເງິນ 50.200,000 ກີບ ຈາກນັ້ນກໍ່ເອົາໄປໃສ່ຫວຍ ແລະ ໃຊ້ຈ່າຍຟູມເຟືອຍ ແລະ ຫຼີ້ນເກມຈົນໝົດ ສຸດທ້າຍກໍ່ຖືກຈັບເພື່ອລົ ງໂ ທ ດຕາ ມກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.