ຊົມເຊີຍ👏👏 ນາຍົກຂອງມາເລເຊຍ ແລະ ຄະນະລັດຖະມົນຕີ ປະກາດບໍ່ຮັບເງິນເດືອນ 3 ເດືອນ ເພື່ອເອົາເງິນເດືອນໄປສົມທົບກອງທຶນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.
ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ມູຮີດິນ ໂມຮາມມັດ ຢາຊິນ ນາຍົກລັດຖະມົນຕີ ຂອງປະເທດມາເລເຊຍ ປະກາດຈະບໍ່ຮັບເງິນເດືອນເປັນເວລາ 3 ເດືອນ ເລີ່ມແຕ່ເດືອນມິຖຸນາ 2021 ເປັນຕົ້ນໄປ ເພື່ອສະແດງຄວາມນ້ຳໜຶ່ງໃຈດຽວກັນກັບຜູ້ເຮັດວຽກແຖວໜ້າ ຕໍ່ສູ້ກັບໂຣກໂຄວິດ-19 ແລະ ປະຊາຊົນມາເລເຊຍ ໃນສະຖານະການລະບາດຍັງຮ້າຍແຮງ.
ເງິນເດືອນຂອງນາຍົກລັດຖະມົນຕີ ແລະ ຄະນະລັດຖະມົນຕີ ຈະຖືກນຳໄປສົມທົບໃນກອງທຶນບັນເທົາສາທາລະນະໄພແຫ່ງຊາດ ເພື່ອຊ່ວຍເຫຼືອຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບໂຣກໂຄວິດ-19 ແລະ ສະໜັບສະໜູນເຈົ້າທີ່ສາທາລະນະສຸກ ແລະ ລວມທັງຜູ້ປະຕິບັດວຽກໃນການຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ.