ກຳປັ່ນບັນທຸກສິນຄ້າ ເກີດໄຟໄໝ້ນອກແຄມຝັ່ງສີລັງກາ

    0
    554

    ກຳປັ່ນບັນທຸກສິນຄ້າ ເກີດໄຟໄໝ້ນອກແຄມຝັ່ງສີລັງກາ ຂປລ.ຕາມ​ຂ່າວ​ຈາກ ​ໂກ​ໂລມ​ບີ,ວັນ​ທີ2​ມິຖຸນາ​ນີ້, ​ກຳ​ປັ່ນ ບັນທຸກ ​ສິນຄ້າ ຂອງ​ສິງກະ​ໂປ ທີ່​ບັນທຸກ​ ສານ​ເຄມີ ​ຫລາຍ​​ໂຕນ ​ເກີດ​ໄຟ​​ໄໝ້ ພວມ​ຈົມ​ລົງທະ​ເລ​ ຢູ່ນອກ​ແຄມ​ຝັ່ງ ຕາ​ເວັນ​ອອກ​ ຂອງ​ສີ​ລັງກາ ​ເຊິ່ງຖື​ວ່າ ​ເປັນ​ໄພພິບັດ​ ທາງ​ທະ​ເລ ຄັ້ງ​ໃຫຍ່ ​ໃນ​ຮອບ​ຫລາຍ10​ປີ​

    ຂອງ​ປະ​ເທດ.ກຳ​ປັ່ນ​ ບັນທຸກ​ສິນຄ້າMV Express Pearl ຂອງສິງກະ​ໂປ ​ໄດ້​ຈົມ​ລົງ​ສູ່ ​ທ້ອງ​ທະ​ເລ ​ໃນ​ຈຸດ​ເກີດ​ເຫດ ​ເຊິ່ງ​ບັນທຸກ​ ຕູ້​ ສິນຄ້າ 1.486 ຕູ້ ​ລວມທັງ​ ກົດ​ໄນ​ຕຣິກ(nitric) 25​ໂຕນ​ ສານ​​ເຄມີ ​ແລະ ​ເຄື່ອງ​ສຳອາງ​ອື່ນໆ.ຂະນະ​ນີ້ ສານ​​ເຄມີ​ ດັ່ງກ່າວ ​ໄດ້​ຕົກ​ຄ້າງ ​ຢູ່​ທະ​ເລ ​ໂດຍ​ສະ​ເພາະ ​ເມັດ​ຢາງ(plastic ) ຈຳນວນ​ ມະຫາສານ ລອຍຢູ່​ແຄມ​ຝັ່ງ​ ຂອງສີ​ລັງກາ ​ແລະ ກະຈາຍ​ຍັງ ​ແຫ​ລ່ງປະມົງ ອຸດົມສົມ ບູນ ​ເຊິ່ງ​ເປັນ​ວິ​ກິດ ​ດ້ານ​ສິ່ງ​ແວດ​ລ້ອມ ຄັ້ງ​ໃຫຍ່ ສຸດຂອງປະເທດ./.


    ກຳປັ່ນບັນທຸກສິນຄ້າ ເກີດໄຟໄໝ້ນອກແຄມຝັ່ງສີລັງກາ


    ກຳປັ່ນບັນທຸກສິນຄ້າ ເກີດໄຟໄໝ້ນອກແຄມຝັ່ງສີລັງກາ

    ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.