ຂ້ອຍມີອາການສ່ຽງງຕໍ່ການຕາບອດ ຍ້ອນການໃສ່ຄອນເທັກແລນ(5_6ຊົ່ວໂມງເທົ່ານັ້ນ).ສາເຫດແມ່ນ 1. ກັບຄ່ອນເທັກແລ່ນບໍ່ໄດ້ລ້າງກັບທຸກເທື່ອ 2. ຕອນໃສ່ຫລືຕອນເອົາອອກ ບໍ່ໄດ້ລ້າງມື 3. ໃສຄອນເທັກແລນຕາມທ້ອງຕະຫລາດທີ່ມີລາຄາຖືກ ແຟຊັ້ນ ສີຄອນເທັກແລນບໍ່ໄດ້ມາດຖານມີການຕົກຄ້າງ ຄອນເທັກແລນທີ່ບໍ່ໄດ້ຜ່ານການຮັບຮອງຈາດໂຮງຫມໍປົວຕາ
4. ດືດ້ານຕາບໍ່ມີປັນຫາກະໃສ່ຄອນເທັກແລນ , 5. ຄິດມັກງາຍຢາກງາມແລ້ວໄປຊື້ຄອນເທັກແລ່ນລາຄາ 20 30 40 50ພັນມາໃສ່ ໃຫ້ຂ້ອນເປັນອຸທາຫອນໃຫ້ຄົນທີ່ຄິດຍັງຢາກໃສ່ຢາກງາມເວລາອອກບ້ານເດີ້.ການໃສ່ຄືນເທັກແລນບໍ່ມີຜົນດີຈັກຢ່າທຸກຢ່າງມີແຕ່ຜົນຂ້າງຄຽດ ໃຫ້ໄປຄິເອົາໄປຊື້ຄອນເທັກແລນຕາມທ້ອງຕະຫລາດ
ທົ່ວໄປແລ້ວມາປົວຕາມັນຄຸ້ມກັບຫນ່ວຍຕາຫລືແກ້ວຕາເຈົ້າບໍ່ໂຕຂ້ອຍເອງຕອນນີ້ຢູ່ໃນການປີ່ນປົວມີຄວາມສ່ຽງຕໍ່ການຕາບອດ 60/40 ຖ້າປົວໄດ້ກະບໍ່ສາມາດເບີ່ງເຫັນຄືເກົ່າ100%ເນື່ອງຈາກທຸກບາດແຜຕ້ອງມີແປ້ວ.ແກ້ວຕາກະເຊັ່ນກັນ. ເບີ່ງຂ້ອຍເປັນຕົວຢ່າງລະຕັດສິນໃຈເອົາເດີ້ ສຳລັບສາວໆທີ່ມັກການໃສ່ຄອນເທັກແລນຄືຂ້ອຍ
ສຸດທ້າຍແລ້ວບໍ່ໂທດໃຜທັງນັ້ນຂ້ອຍເປັນຄົນຢ່າງໄປຊື້ເອງຂ້ອຍເປັນຄົນເລືອກເອງ.ຜົນທີ່ຕ້ອງຮັບກະແມ່ນໂຕຂອງຂ້ອຍທີ່ຕ້ອງຮັບເອງ.ຖ້າໂພດຂອງຂ້ອຍພໍມີປະໂຫຍດກະໃຫ້ອ່ານແລະເປັນອຸທາຫອນ.ຖ້າບໍ່ເປັນປະໂຫຍດກະຂໍໂທດນຳແລະຂໍໃຫ້ເລື່ອນຜ່ານ.ຂອບໃຈ
ສາວແຊຣ໌ປະສົບການ ສ່ຽງຕໍ່ການຕາບອດ ຍ້ອນການໃສ່ຄອນເທັກເລນ