ສປ.ຈີນ ປະກາດເພີ່ມການຊ່ວຍເຫຼືອວັກແຊັງຕ້ານໂຄວິດ-19 ແກ່ ສປປ.ລາວ ອີກ 500,000 ຫຼອດ

    0
    624

    ອີງຕາມການລາຍງານຂອງສະພາແຫ່ງຊາດໃຫ້ຮູ້ວ່າ: ເມື່ອວັນທີ 28 ພຶດສະພາ 2021 ທີ່ຜ່ານມາ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ພົບປະທາງໄກກັບ ທ່ານ ລີ້ ຈ້ານຊູ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດແຫ່ງ ສປ.ຈີນ.

    ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ແຈ້ງສະພາບການໃນການຕ້ານ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ.ລາວ ໃນປັດຈຸບັນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານການແພດ

    ຢຸກຢາ ແລະ ອຸປະກອນ ເພື່ອຮັບມືກັບພະຍາດດັ່ງກ່າວ, ພິເສດໄດ້ຕີລາຄາສູງຕໍ່ການທີ່ທ່ານ ລີ ຈ້ານຊູ ໄດ້ຕາງໜ້າ, ພັກ, ລັດຖະບານຈີນ ປະກາດໃຫ້ການຊ່ວຍເຫຼືອຢາວັກແຊັງຈໍານວນ 500,000 ຫຼອດ ໃຫ້ແກ່ ສປປ.ລາວ ຕື່ມອີກ ເພື່ອຮັບມືກັບພະຍາດໂຄວິດ-19 ໃນປັດຈຸບັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.