ບູຮານວ່າຜົວເມຍນີ້ຈະດີສ່ຳໃດບໍ່ເທົ່າຜົວເຄົ້າເມຍກົກຜູ້ທີ່ເລືອກກັນມາແຕ່ອ້ອນແຕ່ອອກ ເຫັນຫຼາຍຄູ່ຈາກກັນໄປເປັນສິບໆປີ ປະໃຫ້ເມຍໃໝ່ຜົວໃໝ່ດູແລ ບາດວິນາທີສຸດທ້າຍຍັງຂໍເຫັນໜ້າຜົວເຄົ້າເມຍສາວເທື່ອສຸດທ້າຍຢູ່ດີ ຄືກັບລຸງ 9 ເມຍຄົນນີ້ ໄດ້ໜີປະເມຍເຄົ້າເມຍກົກແຕ່ຖືພາຄາທ້ອງປານນັ້ນເພິ່ນຍັງມາສົ່ງຜົວຂຶ້ນສະຫວັນໃນວາລະສຸດທ້າຍ.
ທັ້ງນີ້ຜົວຂອງເພິ່ນກໍ່ຄືລຸງ 9 ເມຍຄົນນີ້ແມ່ນຖືກຄົນຮ້າຍທຳລາຍຫົວແຕກຈົນເຖິງຊີວິດໃນວັນທີ 30 ພຶດສະພາ 2021 ນີ້ ດ້ວຍໄວ 60 ປີ ໃນງານເສົ້ານັ້ນແມ່ນມີຍາດພີ່ນ້ອງ ແລະອະດີດເມຍ 3 ຄົນ ລວມທັງລູກຕ່າວເມຍ 5 ຄົນເຂົ້າຮ່ວມສົ່ງພໍ່ເພິ່ນຂຶ້ນສະຫວັນ.
ໃນນັ້ນລູກເພິ່ນທີ່ມາມີອາຍຸ 38 1 ຄົນ, 36 ໜຶ່ງຄົນ, 34 ສອງຄົນ ແລະ ອາຍຸ 26 ປີ 1 ຄົນເປັນທີ່ອາຍຸ 26 ແມ່ນລູກຂອງເມຍຄົນທີ 9 ສ່ວນຄົນອື່ນໆບໍ່ຮູ້ວ່າເກີດນຳເມຍຄົນທີ່ເທົ່າໃດ ຮູ້ພຽງວ່າເປັນເມຍໜຶ່ງໃນ 8 ຄົນທີ່ເຫຼືອເທົ່ານັ້ນ.
ເປັນເລື່ອງໜ້າເສົ້າສຸດທີ່ລູກສາວຄົນໜຶ່ງທີ່ມານັ້ນຫາກໍ່ເຫັນໜ້າພໍ່ຄົນທຳອິດໃນເວລາເປີດໂລງເບິ່ງຄັ້ງສຸດທ້າຍນັ້ນເອງ ລາວຮ້ອງໄຫ້ແທບຂາດໃຈເພາະບໍ່ມີໂອກາດໄດ້ເຮັດໜ້າທີ່ລູກ ຈົນພີ່ນ້ອງຕ້ອງໄດ້ເອົາລາວອອກຈາກງານໄປພັກຜ່ອນ.
ທ່າມກາງຄວາມໂສກເສົ້ານັ້ນຍັງມີເລື່ອງທີ່ໜ້າຍິນດີຄືເມຍລາວຄົນທຳອິດໃນໄວ 55 ປີກໍມາຮ່ວມສົ່ງຜົວລາວຂຶ້ນສະຫວັນ ເຊິ່ງລາວເລົ່າວ່າ ຕອນທີ່ແຕ່ງງານຢູ່ກິນກັບລຸງ 9 ເມຍນັ້ນທັງສອງກໍມີຄວາມສຸກດີ ເອົາກັນແຕ່ຕົນມີອາຍຸ 18 ປີຫຼັງຈາກນັ້ນ 19 ປີຕົນກໍ່ຖືພາທ້ອງແກ່ແລ້ວລຸງ 9 ເມຍກໍ່ຫາຍໄປ ຕໍ່ມາຈິ່ງຮູ້ວ່າລາວໄປມີເມຍໃໝ່ແລ້ວ ເຊິ່ງຕົນກໍ່ບໍ່ສົນໃຈບໍ່ໄດ້ອອກຕາມຫາຈົນເກີດລູກເອງ ແລ້ວຜົວກໍ່ມາຫາອີກຄັ້ງຕອນລູກໄດ້ເດືອນ1 ແລ້ວຫາຍໄປອີກຈົນລູກໃຫຍ່ຈິ່ງກັບມາຢາມຄັ້ງໜຶ່ງຫຼັງຈາກນັ້ນກໍ່ບໍໄດ້ເຫັນກັນອີກເລີຍ.
ພາຍລັງຜົວບໍມາອີກ ເມຍຄົນທຳອິດຂອງລຸງ 9 ເມຍກໍ່ໄປແຕ່ງງານໃໝ່ໄດ້ລູກສອງຄົນ ຕໍ່ມາກໍ່ແຍກທາງກັນອີກ ແລະຕົນຕັດສິນໃຈບໍ່ແຕ່ງງານໃໝ່ອີກເພາະເບື່ອເຂັດລາບກັບຄວາມຮັກແລ້ວ ຕໍ່ມາປະມານ 3 ປີຜ່ານມາລຸງ 9 ເມຍໄດ້ມາຂໍຄືນດີ ແຕ່ຕົນປະຕິເສດໄປ ບອກລາວວ່າຂໍເປັນໝູ່ທີ່ດີໆກວ່າ.
ເມຍຄົນທຳອິດຍັງບອກວ່າທັງສອງແມ່ນໄດ້ແຍກທາງກັນໄປກໍ່ຈີງແຕ່ໃດໆມາບໍ່ເຄີຍຖົກຖຽກັນຮຸນແຮງ ບໍ່ເຄີຍຖືກຜົວທຸບຕີທໍລະມານ ຕົນຈິ່ງບໍຮູ້ສືກກຽດຊັງແຕ່ຢ່າງໃດ ແລະຍັງມີຄວາມຮູ້ສຶກດີໆຄວາມຫວັງດີຕໍ່ກັນສະເໝີເຖິງບໍໄດ້ເປັນຜົວເມຍກັນກໍ່ຕາມ. ດັ່ງນັ້ນມື້ນີ້ ເຊິ່ງເປັນມື້ສຸດທ້າຍຂອງເພິ່ນຕົນຈິ່ງຕ້ອງມາຮ່ວມສົ່ງ.
ສ່ວນສາເຫດຂອຝການເສຍຊີວິດນັ້ນ ເມຍຄົນທຳອິດບອກວ່າໜ້າຈະເກີດຈາກເລື່ອງຊູ້ສາວ ອາດຈະແມ່ນລາວໄປຂໍຄືນດີກັບເມຍຄົນອື່ນໆແລ້ວຖືກຜົວເຂົາທຳຮ້າຍຫຼືບໍ ເພາະປົກກະຕິແລ້ວລຸງ 9 ເມຍ ຫຼື ລຸງປະເສີດຄົນນີ້ ເມື່ອຄົບກັບແມ່ຍິງຄົນໃໝ່ແລ້ວຍິງຄົນນັ້ນຖືພາລາວຈະໄປມີຄົນໃໝ່ຕໍ່ໆໄປ ຈິ່ງຄາດວ່າລາວໜ້າຈະກັບມາຫາຜູ້ຍິງທີ່ເຄີຍເປັນເມຍລາວທີ່ມີຜົວໃໝ່ແລ້ວກ່ອນຖືກຄາຕະກຳດັ່ງກ່າວ.