ວັນທີ່26ທີ່ຜ່ານມານີ້ ສຳນັກຂ່າວ BBC ໄດ້ລາຍງານວ່າ : ເຮືອ MV X PRESS PEARL ສັນຊາດສິງກະໂປໄດ້ເກີດໄຟໄຫມ້ຂຶ້ນ ແລະ ໄດ້ຮັບຄວາມເສຍຫາຍໝົດລຳ
ຕູ້ຄອນເທນເນີ້ຕ່າງໆໄດ້ຕົກລົງຈາກເຮືອ ຖືກຄື້ນທະເລໄຫຼຊັດເຂົ້າຝັ່ງ ປະຊາຊົນກໍ່ໄດ້ອອກມາເກັບເອົາເຄື່ອງສິນຄ້າທີ່ຕົກມາຈາກເຮືອເປັນຈຳນວນຫຼາຍ.
ບັນດານ້ຳມັນ, ສານເຄມີໄດ້ໄຫຼຊັດເຂົ້າຝັ່ງໄດ້ສ້າງມົນລະພິດໃຫ້ກັບແຄມທະເລຂອງສີລັງກາ ເຈົ້າໜ້າທີ່ໄດ້ເຝົ້າເຮືອ ແລະ ຄັດແຍກສານເຄມີມົນລະພິດເທິງຫາດຊາຍ.