ກົມລ້ຽງສັດ​ ແລະ​ ການປະມົງ ກວດພົບເ ຊ ື ້ ອ ພ ະ ຍ າ ດ ຜິວໜັງອັກເສບຕິດຕໍ່ຂອງງົວ-ຄວາຍ​ ຢູ່ຟາມເມືອງ​ນາຊາຍທອງ​ ພ້ອມແຈ້ງຫ້າມເຄື່ອນຍ້າຍສັດ

    0
    657

    ກົມລ້ຽງສັດ​ ແລະ​ ການປະມົງ ກວດພົບເຊື້ອພະຍາດຜີວໜັງອັກເສບຕິດຕໍ່ຂອງງົວ-ຄວາຍ​ ຢູ່ຟາມເມືອງ​ນາຊາຍທອງ​ ພ້ອມແຈ້ງຫ້າມເຄື່ອນຍ້າຍສັດກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວສັດໃຫຍ່ ປະເພດງົວ-ຄວາຍ ແລະ ຜະລິດຕະພັນຈາກສັດໃຫຍ່ເນື່ອງຈາກການແຜ່ລະບາດຂອງພະຍາດຜີວໜັງອັກເສບຕິດຕໍ່ຂອງສັດປະເພດງົວ-ຄວາຍ ຢູ່ໃນຫຼາຍປະເທດໃນທົ່ວໂລກ ໂດຍສະເພາະບັນດາປະເທດໃນທະວີບ

    ອາຟຣິກາ, ບັນດາປະເທດໃນຕາເວັນອອກກາງ ແລະ ເອີຣົບຕາເວັນອອກ. ໃນປີ 2020 ທີ່ຜ່ານມາ ໄດ້ມີລາຍງານການແຜ່ລະບາດຢູ່ບັນດາປະເທດ ສປ ຈີນ ແລະ ສສ ຫວຽດນາມ.ໃນຕົ້ນປີ 2021 ນີ້ ພະຍາດດັ່ງກ່າວ ໄດ້ມີການແຜ່ລະບາດຢູ່ບັນດາປະເທດໃກ້ຄຽງຂອງພວກເຮົາ, ສໍາລັບ ສປປ ລາວ ໃນທ້າຍເດືອນພຶດສະພາ 2021 ສູນວິໃຈພະຍາດສັດ ຂອງກົມລ້ຽງສັດ ແລະ ການປະມົງ ໄດ້ກວດພົບເຊື້ອພະຍາດຕິດຕໍ່ດັ່ງກ່າວຈາກຕົວຢ່າງທີ່ເກັບມາຈາກງົວ ທີ່ສະແດງອາການ ຟາມລ້ຽງງົວ

    ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ສະນັ້ນ, ເພື່ອເປັນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວບໍ່ໃຫ້ແຜ່ອອກສູ່ວົງກວ້າງ ແລະ ຫຼຸດຜ່ອນຜົນກະທົບໂດຍກົງ ແລະ ທາງອອ້ມ ຕໍ່ການລ້ຽງສັດຂອງປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການໃນທົ່ວປະເທດ. ຫົວໜ້າກົມລ້ຽງສັດ ແລະ ການປະມົງ ຈຶ່ງອອກແຈ້ງການດັ່ງນີ້.1. ຫ້າມນໍາເຂົ້າ, ສົ່ງອອກ ຫຼື ສົ່ງຜ່ານ ຊົ່ວຄາວສັດໃຫຍ່ປະເພດງົວ-ຄວາຍ ລະຫວ່າງປະເທດ ກັບ ປະເທດໃກ້ຄຽງຢ່າງເດັດຂາດ ທັງນີ້ກໍເພື່ອສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ.

    2. ຫ້າມບໍ່ໃຫ້ມີການເຄື່ອນຍ້າຍສັດໃຫຍ່ປະເພດງົວ ແລະ ຄວາຍ ຊົ່ວຄາວ ຢູ່ພາຍໃນປະເທດເຊັ່ນ: ການເຄື່ອນຍ້າຍສັດລະຫວ່າງແຂວງຕໍ່ແຂວງ, ລະຫວ່າງເມືອງຕໍ່ເມືອງ ແລະ ລະຫວ່າງບ້ານຕໍ່ບ້ານ, ພາຍໃນກໍານົດເວລາ 30 ວັນ ນັບແຕ່ວັນທີ 31 ພຶດສະພາ ເຖິງ ວັນທີ 30 ມີຖຸນາ 2021.

    3. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ຂໍອະນຸຍາດຕັ້ງດ່ານກວດກາການເຄື່ອນຍ້າຍສັດຊົ່ວຄາວ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບ ພາຍໃນຂະແໜງລ້ຽງສັດ ແລະ ການປະມົງ ຂອງແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອຕິດຕາມກວດກາເວນຍາມ ຄວບຄຸມການເຄື່ອນຍ້າຍສັດໃຫຍ່ເຂົ້າ ແລະ ອອກແຂວງ ຈົນກວ່າ ສະພາບການລະບາດຂອງພະຍາດດັ່ງກ່າວຢຸດລົງ.​

    4. ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນໍາໃຫ້ ຄະນະຮັບຜິດຊອບ ທີ່ແຕ່ງຕັ້ງຂຶ້ນຕາມຂໍ້ 3 ຂ້າງເທິງ ເຮັດການຈັດຕັ້ງການໂຄສະນາ ເຜີຍແຜ່ ແລະ ໃຫ້ຄວາມຮູ້ ແກ່ຊາວກະສິກອນ, ຜູ້ປະກອບການ ໃຫ້ເຂົ້າໃຈກ່ຽວກັບບັນຫາ ແລະ ຄວາມອັນຕະລາຍຂອງພະຍາດ, ວິທີການປ້ອງກັນ ລວມທັງດໍາເນີນການກໍາຈັດແມງວັນຕຸດເລືອດ, ເຫັບ, ຍຸງ ແລະ ອະນາໄມຂ້າເຊື້ອ ທີ່ຢູ່ອາໄສຂອງສັດໃຫ້ທົ່ວເຖິງ.

    5.​ ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນໍາໃຫ້ບັນດາດ່ານກວດກາສັດຕະວະແພດສາກົນ, ທ້ອງຖິ່ນ ແລະ ປະເພນີ ທີ່ຂຶ້ນກັບເອົາໃຈໃສ່ເປັນພິເສດ ໃນການເກືອດຫ້າມການນໍາເຂົ້າ, ສົ່ງອອກ, ສົ່ງຜ່ານສັດໃຫຍ່ ແລະ ຜະລິດຕະພັນສັດໃຫຍ່ ຜ່ານດ່ານດັ່ງກ່າວ ຢ່າງເຂັ້ມງວດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.