ດ່ວນ! ຂີ້ລັກອອກລັກເຄື່ອງຊ່ວງການລະບາດໂຄ ວິ ດ ແຊຣເຕີຶອນໄພ

    0
    403

    #ຂີ້ລັກອອກລັກເຄື່ອງຊ່ວງການລະບາດໂຄວິດ-19 ຈາກການໂພສຂອງເຟສບຸກຂອງ Tooklaos Reggae Bar Phubaothaiban ໄດ້ໂພສຄລິບວີດີໂອທີ່ໄດ້ຈາກການບັນທຶກຂອງກ້ອງວົງຈອນປິດໃນຮ້ານ.

    ຊ່ວຍແຊແນ່ເດິ້ພີ່ນ້ອງນີ້ຄື: ໄພສັງຄົມສະຖານທີ່ບ້ານດົງນາໂຊກໃຕ້ ຫນ້າວັດຈອມໄຕ ຝາກເຕືອນພໍ່ແມ່ພີ່ນ້ອງທີ່ຢູ່ເຂດໃກ້ຄຽງໃຫ້ລະມັດລະວັງກັນແນ່ເດິ້ ຂີ້ລັກອອກເລາະລັກເອົາເຄື່ອງຂອງຕາມຖະຫນົນຫົນທາງໃນເວລາເດິກດື່ນ ສິ່ງຂອງອັນໃດມີຄ່າຢ່າປ່ອຍປະລະເລີຍ ເງິນຄຳກະຫາຍາກຊົ່ວຊິໄດ້ມາແຕ່ລະກີບມັນພັດມາລັກເອົາໄປງ່າຍໆແບບບໍ່ເກງກົວກົດຫມາຍບ້ານເມືອງ ຢາກໃຫ້ເຈົ້າຫນ້າທີ່ຊ່ວຍມາເບີ່ງແຍງເປັນຫູເປັນຕາຊ່ວຍແນ່ ເພາະນີ້ບໍ່ແມ່ນຄັ້ງທຳອິດ ເທື່ອນີ້ແມ່ນເທື່ອທີ່3ແລ້ວທີ່ຖືກລັກຖ້າໃຜພົບເຫັນຫລືຮູ້ເບາະແສຄົນທີ່ຢູ່ໃນວີດີໂອນີ້ໃຫ້ແຈ້ງເຈົ້າຫນ້າທີ່ຫລືຄົນໃກ້ໂຕໃຫ້ລະວັງ ເພາະເປັນບຸກຄົນອັນຕະລາຍຕໍ່ຊັບສິນຂອງທ່ານ.

    ສຸດທ້າຍຂໍຝາກເຖິງບັກໂຈນກັບອີ່ໂຈນທີ່ມືງມາລັກເຄື່ອງເດິ້ ຖ້າພວກມືງໄດ້ອ່ານຂໍ້ຄວາມນີ້ ໃຫ້ສູເຊົາຊະເດິ້ອາຊີບນີ້ນະ ກັບໂຕກັບໃຈໄປຫາວຽກເຮັດງານທຳແບບພໍ່ແມ່ວົງຕະກູນພວກສູພູມໃຈດີກ່ວາ ກູຄົນຫນື່ງທີ່ຈະຊ່ວຍຊຸກຍູ້ໃຫ້ພວກສູເປັນຄົນດີຂອງສັງຄົມ ຖ້າພວກສູບໍ່ຢຸດ ມີແຕ່ຊິຖືກປືນກັບຖືກຈັບ ຖ້າກູເຫັນ ມືງອາດຈະບໍ່ໂຊກດີຄືເທື່ອນີ້ຂອບໃຈທີ່ຊ່ວຍແຊ🙏🙏🙏

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.