ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ເຜີຍຂໍ້ມູນກ່ຽວກັບຜູ້ທີ່ຈະໄດ້ຮັບບຸລິມະສິດໃນການຮັບວັກຊີນ Pfizer ໃນ ສປປ ລາວ ເຊິ່ງມີທັງໝົດ 3ກຸ່ມດ້ວຍກັນ.
3 ກຸ່ມບູລິມະສິດທີ່ຈະໄດ້ຮັບວັກຊີນ Pfizer ໃນ ສປປ ລາວ ແມ່ນໄດ້ແກ່: ຜູ້ສູງອາຍຸ 60 ປີ ຂື້ນໄປ (ໂດຍຈະມີການກວດເບິ່ງບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸ ຢ່າງລະອຽດ; ຜູ້ທີ່ມີພະຍາດປະຈຳຕົວ* (18 ປີ ຂຶ້ນໄປ) ເຊິ່ງຈະມີການກວດເບິ່ງຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ ຫຼື ຢາທີ່ກິນເປັນປະຈຳ (ໃຫ້ມີເອກະສານຢັ້ງຢືນປະຫວັດການປີ່ນປົວ), ຜູ້ທີ່ມີນໍ້າໜັກມວນສານຮ່າງກາຍ (BMI) ເກີນ > 30, BMI = ນໍ້າໜັກ/ສ່ວນສູງກຳລັງ 2 ແລະ ພະນັກງານແພດ ຫຼື ພະນັກງານດ່ານໜ້າທີ່ພາດໂອກາດສັກວັກຊີນຜ່ານມາ.
ໝາຍເຫດ ວັກຊິນຊະນິດນີ້ຈະຊີດໃຫ້ໄດ້ສະເພາະກຸ່ມຄົນຜູ້ທີ່ບໍ່ທັນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊະນິດໃດມາກ່ອນເທົ່ານັ້ນ
(ແລະ ວັກຊີນບໍ່ສາມາດຖືກສັກແບບປົນຊະນິດກັນໄດ້).
ສໍາລັບຜູ້ທີ່ມີພະຍາດປະຈຳຕົວເຊັ່ນ : ພະຍາດໝາກໄຂ່ຫຼັງ; ເບົາຫວານ; ພະຍາດຫົວໃຈ; ພະຍາດທາງເດີນຫາຍໃຈ; ພະຍາດຕັບ; ພະຍາດຕຸ້ຍ (BMI >30 kg/m2); ມະເຮັງ; ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນ ລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ; ຜຸ້ທີ່ມີຄວາມດັນເລືອດສູງ ແລະ ຜູ້ທີມີຄວາມຜິດປົກກະຕິ ທາງດ້ານພັນທຸກຳມາແຕ່ກຳເນີດ (Down syndrome)