ໃນວັນທີ 31 ພຶດສະພາ 2021 ນີ້ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຮັດໃຫ້ໄຟໄໝ້ໝົດຫຼັງບໍ່ສາມາດເອົາຫຍັງໄດ້ເລີຍ.
ຕາມລາຍງານຂອງໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບແຈ້ງເຫດວ່າມີໄຟໄໝ້ເຮືອນປະຊາຊົນ ບ້ານໜອງໄຮ ຮ່ອມ32 ເວລາ13:55 ທີ່ບ້ານໜອງໄຮ ເມືອງ.ຫາດຊາຍຟອງ ນະຄອນຫລວງວຽງຈັນໜ່ວຍກູ້ໄພໄດ້ຮີບຮ້ອນໄປຍັງຈຸດເກີດເຫດ.
ເຊິ່ງເປັນເຮືອນ 2 ຊັ້ນທາງເທີງເປັນໄມ້ໄໜ້ໜົດຫຼັງ ທາງໜ່ວຍກູ້ໄພໄດ້ໃຊ້ເວລາປະມານ 30ນາທີ ຈຶ່ງສາມາດຄວບຄຸມເພິງໄດ້ ( ສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນທີຊັ້ນ 2 ຂອງເຮືອນ ).
ຈາກເຫດການຄັ້ງນີ້ຝາກທຸກຄົນໃຫ້ມີສະຕິໃນການນຳໃຊ້ຟືນໄຟ ຈາກໄປໃສຄວນມ້ຽນມັດໃຫ້ດີສາກ່ອນ ເຄື່ອງໃຊ້ທີ່ເກົ່າແລ້ວຄວນປ່ຽນໃໝ່ເນື່ອງຈາກອຸປະກອນທຸກຢ່າງມີອາຍຸການໃຊ້ງານຂອງມັນ. ຕ້ອງຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຫາຍຫຼາຍໆ