1 ມິຖຸນາ ພົບ ຜ ູ ້ ຕ ິ ດ ເ ຊ ື ້ ອໃໝ່ 17 ຄົນ ລວມຍອດສະສົມ 1.929 ຄົນ

    0
    714

    ລາວກັບມາພົບຜູ້ຕິດເຊື້ອໃນຊຸມຊົນອີກມື້ນີ້ ລວມມີຜູ້ຕິດເຊື້ອທົ່ວປະເທດ 17​ ຄົນ.​ ຖະແຫຼງຂ່າວການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 1​ ມິຖຸນາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່​ 17​ ຕົວຢ່າງ.​ ໃນນີ້ມີລາຍລະອຽດດັ່ງນີ້:ແຂວງນະຄອນຫຼວງວຽງຈັນ 12​ ຄົນ ແຂວງຈໍາປາສັກ​ 3​ ຄົນ​ (ກໍລະນີນໍາເຂົ້າ​) ແຂວງສະຫວັນນະເຂດ 2​ ຄົນ​ (ກໍລະນີນໍາເຂົ້າ)

    ສະນັ້ນຂໍໃຫ້ທຸກຄົນປະຕິບັດມາດຕະການຢ່າງເຈັ້ມງວດ ໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ໝັ່ນລ້າງມືໃຫ້ສະອາດທຸກຄັ້ງຫຼີກລ້ຽງສະຖານທີ່ແອອັດ ບ່ອນຄົນຫຼາຍ ເພື່ອຮັກສາໄລຍະຫ່າງທາງສັງຄົມ ສຸດທ້າຍນີ້ຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.