ວັນທີ 29ພຶດສະພາ 2021 ທີ່ສູນປິ່ນປົວ ຜ ູ ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ຂອງແຂວງສະຫວັນນະເຂດ (ວິທະຍາໄລວິທະຍາສາດສຸຂະພາບຂອງແຂວງ) ໄດ້ມີພິທີສົ່ງຜູ້ປ່ວຍໂ ຄ ວ ິ ດ ທີ່ໄດ້ຮັບການປິ່ນປົວດີແລ້ວ ໃຫ້ກັບໄປກັກຕົວຕື່ມອີກ 14 ວັນທີ່ບ້ານເຮືອນຂອງຕົນເອງ ເພື່ອຕິດຕາມອາການຕໍ່.ເຂົ້າຮ່ວມໂດຍທ່ານ ດຣ
ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມດ້ວຍຕົວແທນຈາກວິທະຍາໄລວິທະຍາສາດສຸຂະພາບ ແລະພໍ່ແມ່ຂອງຜູ້ປ່ວຍທີ່ໄດ້ຮັບການປິ່ນປົວດີ ກໍ່ໄດ້ເຂົ້າຮ່ວມ.ທັງ 4 ຄົນທີ່ໄດ້ຮັບການປິ່ນປົວໃຫ້ຫາຍດີຈາກພ ະ ຍ າ ດ ໂ ຄ ວ ິ ດ ໃນງວດນີ້ 1 ຄົນແມ່ນ ເປັນປະຊາຊົນບ້ານຫ້ວຍ ແລະອີກ
1 ຄົນແມ່ນປະຊາຊົນບ້ານນາບໍ່ ຂຶ້ນກັບນະຄອນໄກສອນ ພົມວິຫານ, 1 ຄົນແມ່ນປະຊາຊົນບ້ານຫົວເມືອງ ຂຶ້ນກັບເມືອງພະລານໄຊ ແລະອີກຄົນໜຶ່ງແມ່ນປະຊາຊົນບ້ານດົງຂວາງ ຂຶ້ນກັບເມືອງອຸທຸມພອນ ແຂວງສະຫວັນນະເຂດ.ຕາມເລກເລກຕົວຈິງ ຂອງຜູ້ໄດ້ຮັບການປ ິ ່ ນ ປ ົ ວ ຜ ູ ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດໃຫ້
ຫາຍດີໃນຄັ້ງນີ້ແມ່ນມີ 5 ຄົນ ເຊິ່ງຜູ້ທີ 5 ນັ້ນແມ່ນເປັນເດັກອາຍຸ 9 ເດືອນ ທີ່ໄດ້ຮັບການປິ່ນປົວດີແລ້ວ ແຕ່ຍັງກັບບ້ານບໍ່ໄດ້ ເພາະວ່າພໍ່ ແລະ ແມ່ຂອງເດັກນ້ອຍ ຍັງຢູ່ໃນໄລຍະຂອງການປິ່ນປົວ(ຜົນກວດຍັງເປັນບວກ) ສະນັ້ນ ເດັກນ້ອຍຈະຍັງຢູ່ກັບພໍ່ແມ່ຂອງຕົນ ຈົນກວ່າພໍ່ແມ່ຈະໄດ້ຮັບການປິ່ນປົວດີ.