ແຂວງຜົ້ງສາລີ ມອບເງິນຊ່ວຍເຫລືອ ແຂວງດຽນບຽນ ນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນ ໂ ຄ ວ ິ ດ ຂປລ. ແຫລ່ງຂ່າວຈາກແຂວງຜົ້ງສາລີໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ຢູ່ຫລັກໝາຍ ຊາຍແດນ 113 ລະຫວ່າງ ລາວ-ຫວຽດນາມ (ດ່ານສາກົນປາງຫົກ-ເຕິຍຈາງ), ອົງການປົກຄອງ ແຂວງຜົ້ງສາລີ ສປປ ລາວ
ໄດ້ມອບເງິນສົດຈຳນວນ 100 ລ້ານກີບ ໃຫ້ອົງການປົກຄອງ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດ
ກັ້ນແກ້ໄຂການລະບາດຂອງໂ ຄ ວ ິ ດ.ຕາງໜ້າແຂວງຜົ້ງສາລີ ສປປ ລາວ ເຊັນມອບໂດຍ ທ່ານ ຄຳເພັດ ຈິດປັນຍາ ຫົວໜ້າພະແນກການຕ່າງເທດແຂວງຜົ້ງ
ສາລີ ແລະ ເຊັນຮັບໂດຍທ່ານ ຢາງ ຈ໋ອງບີງ ຮອງປະທານຄະນະກຳມະການ ແນວໂຮມແຫ່ງຊາດຫວຽດນາມ ແຂວງດຽນບຽນ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມໃນພິທີ.
ແຂວງຜົ້ງສາລີ ມອບເງິນຊ່ວຍເຫລືອ ແຂວງດຽນບຽນ ນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນ ໂ ຄ ວ ິ ດ
ຂ່າວ: ແສງຄຳ ສາລີວັນ
ພາບ: ໄຊສາລີ