ວັນຈັນ:ການງານ ມີເລື່ອງທີ່ເລັ່ງລັດໃນເລື່ອງຂອງການເຮັດວຽກງານທີ່ຕ້ອງເຮັດໃຫ້ສຳເລັດ ແຕ່ກໍສາມາດຮັບຜິດຊອບ ແລະສ້າງຜົນງານໄດ້ເປັນຢ່າງດີ ການເງິນ ມີໂຊກຈະໄດ້ເງີນເຂົ້າມາ ແຕ່ຕ້ອງພົບອຸປະສັກກ່ອນ ແລ້ວຈຶ່ງຈະໄດ້ໂຊກໄດ້ເງີນເຂົ້າມາໃນພາຍຫຼັງ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ຖ້າຈະໄດ້ພົບໃຜໃນຊ່ວງນີ້ທ່ານເປັນຄົນສະຫລຽວສະຫລາດ ມັກເຂົ້າສັງຄົມ ຜິວຂາວ ອາຍຸນ້ອຍກວ່າ
ວັນອັງຄານ:ການງານ ຈະເຮັດງານຫຍັງຊ່ວງນີ້ເປັນເງີນເປັນທອງ ປະສົບຄວາມສຳເລັດດີໄປທຸກຢ່າງ ຈະເລີນຮຸ່ງເຮືອງ ແລະໂຊກດີ ການເງິນ ບໍ່ຄວນປະໝາດໃນການໃຊ້ຈ່າຍ ຊ່ວງນີ້ຢູ່ໃນສະພາວະທີ່ຕ້ອງທົບທວນການໃຊ້ຈ່າຍໃໝ່ອີກເທື່ອໜຶ່ງ ຄວາມຮັກ ຍັງຢູ່ໃນສະຖານນະການຮັກທີ່ບໍ່ເປີດເຜີຍ ໃນຊ່ວງນີ້ໄດ້ພົບຄົົນທີ່ມີສະເນ່ເປັນຢ່າງຫລາຍ
ວັນພຸດ:ການງານ ມີອຸປະສັກດ້ານການງານເພີ່ມຂຶ້ນ ມີໂອກາດປັບປ່ຽນ ແລະເຂົ້າສັງຄົມຫລາຍຂຶ້ນ ເຮັດໃຫ້ຮູ້ສຶກເມື່ອຍທີ່ຕ້ອງຮັບຜິດຊອບຫຼາຍສິ່ງພ້ອມກັນ ການເງິນ ໝຸນຫາໃຊ້ຈ່າຍເງີນໄດ້ຄ່ອນຂ້າງດີ ແລະຍັງພໍມີເງີນເຫຼືອເກັບໃນຊ່ວງນີ້ ຄວາມຮັກ ຍັງບໍ່ຕັດສິນໃຈ ເພາະຍັງບໍ່ໄວ້ວາງໃຈຄົົນທີ່ຈະເຂົ້າມາ ຊຶ່ງທ່ານຍັງເບິ່ງວ່າລາວຫວັງຜົນປະໂຫຍດຈາກທ່ານນັ້ນເອງ
ວັນພະຫັດ:ການງານ ຈະພົບຄວາມກົດດັນໃນຊ່ວງນີ້ ຈຶ່ງຕ້ອງລໍຖ້າແກ້ໄຂບັນຫາສະເພາະໜ້າໃຫ້ຜ່ານພົ້ນໄປໃຫ້ໄດ້ກ່ອນ ການເງິນ ຫາເຂົ້າມາໄດ້ກໍຕ້ອງໃຊ້ຈ່າຍອອກໄປ ເປັນລັກສະນະຂອງການໝຸນໃຊ້ຈ່າຍເງີນໃຫ້ຜ່ານພົ້ນໄປໃຫ້ໄດ້ໃນຊ່ວງນີ້ ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະຂ່າວເລື່ອງຄວາມຮັກເປັນແຕ່ຂ່າວລື ຫລືມີຄວາມບໍ່ຊັດເຈນຕ່າງໆ ເຮັດໃຫ້ຫງຸດຫງິດໃຈ
ວັນສຸກ;ການງານ ມີໂອກາດປັບປ່ຽນ ປ່ຽນແປງໂຍກຍ້າຍກ່ຽວກັບເລື່ອງການງານ ການເງິນ ມີໂຊກຈະໄດ້ເງີນເຂົ້າມາ ຫາເຂົ້າມາໄດ້ຫລາຍກໍຕ້ອງຈ່າຍອອກໄປຫລາຍ ແຕ່ກໍຍັງບໍລິຫານຈັດການໄດ້ດີຢູ່ ຄວາມຮັກ ຄວາມເປັນອິດສະຫລະເປັນສິ່ງທີ່ດີສຸດສຳລັບທ່ານ ເພາະຍັງຕ້ອງເຮັດອີກຫຼາຍຢ່າງ ເລື່ອງຄວາມຮັກຄວນພັກໄວ້ກ່ອນ
ວັນເສົາ:ການງານ ຄວາມດຸໝັ່ນຂອງທ່ານຈະນຳພາໂອກາດມາສູ່ຕົນເອງ ຈະໄດ້ຮັບປະສົບການໃໝ່ໆ ໃນຊ່ວງນີ້ ການເງິນ ໝຸນຫາໄດ້ທັນໃຊ້ທັນຈ່າຍໄດ້ພໍສົມຄວນ ແຕ່ກໍເປັນການໃຊ້ຈ່າຍທີຫຼາຍໃນຊ່ວງນີ້ ຄວາມຮັກ ລາວເປັນຄົນຜິວຂາວໂດດເດັ່ນໃນຊ່ວງນີ້ ຊຶ່ງຈະໄດ້ພົບກັນໃນບໍ່ຊ້ານີ້
ວັນອາທິດ:ການງານ ຕິດຂັດອຸປະສັກເປັນທຳມະດາ ແຕ່ກໍຈະແກ້ໄຂບັນຫາໄປໄດ້ຢ່າງເປັນໂຊກ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ບໍ່ສາມາດວາງແຜນການໃຊ້ຈ່າຍໄດ້ດີພໍເງີນທອງເລີ່ມຂາດມືໃນໄລຍະນີ້ ຄວາມຮັກ ຍັງມຸ້ງເນັ້ນໃນເລື່ອງການງານຫລາຍກວ່າ ໃນຊ່ວງນີ້ບໍ່ຄ່ອຍມີເວລາທຸ້ມເທໃຫ້ເລື່ອງຄວາມຮັກປານໃດ