ປັດຈຸບັນສັກ ວ ັ ກ ຊ ີ ນ ເຂັມທີ 2 ໄດ້ 214.155 ໂດສ ຄະນະສະເພາະກິດ ຮຽກຮ້ອງໃຫ້ພ້ອມກັນໄປສັກຕາມຈຸດກຳນົດ

    0
    684

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ 30 ພືດສະພາວ່າ: ໃນໄລຍະປັດຈຸບັນ ໄດ້ມີການສັກຢາວັກຊິນ(ວັກແຊັງ)ປ້ອງກັນພະຍາດ ໂຄວິດ ຮອບທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ.ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາທ່ານ ຈົ່ງໄປສັກວັກຊິນເຂັມທີ 2 ຕາມກໍານົດເວລາ. ຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງ ສອງ ໂດສ ກໍຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້

    ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກ ຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂຶ້ນໄປ.ຮອດປັດຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັມທີ 1 ແມ່ນ 657.955 ໂດສ ແລະ ເຂັມທີ 2 ສັກໄດ້ 214.155 ໂດສ, ເຊິງ

    ໃນນັ້ນ ກຸ່ມສ່ຽງບໍ່ວ່າຈະເປັນແພດໝໍ ຫຼື ພະນັກງານ ຈາກຂະເເໜງການຕ່າງໆ ກໍ່ໄດ້ຮັບວັກຊິນ ປ້ອງກັນໂດຍສ່ວນໃຫຍ່ ແລະ ຜົນດີ ພວກເຮົາເຫັນວ່າ ການຕິດເຊື້ອ ໃໝ່ ແມ່ນມີຫຼຸດຈາກຕົວເລກທີ່ທາງທີມງານວິຊາການເຮົາໄດ້ຄາດຄະເນໄວ້ສໍາລັບການລະບາດຮອບສອງໃນຄັ້ງນີ້.ແຕ່ເຖິງຢ່າງໃດກໍຕາມພວກເຮົາກໍບໍ່ຄວນຈະດີໃຈເກີນເຫດ ກັບການລາຍງານຈໍານວນຕິດເຊື້ອໃໝ່ທີ່ຫຼຸດລົງໃນແຕ່ລະວັນ ເພາະປະເທດຂອງພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ

    ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາຂ້າງເທິງນັ້ນ, ສັງເກດເຫັນວ່າຍັງມີແຂວງຈໍານວນໜຶ່ງທີ່ອັດຕາການສັກວັກຊີນປ້ອງການ ໂ ຄ ວ ິ ດ ຍັງຕໍ່າກວ່າຄາດໝາຍຫຼາຍ ຍ້ອນປະຊາຊົນຍັງລັງເລໃນການໄປສັກວັກຊິນ ເພາະຄິດວ່າ ແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ, ເຊື່ອໃນສື່ສັງຄົມອອນໄລທີ່ບິດເບືອນ ຈຶ່ງເຮັດໃຫ້ຍັງບໍ່ຕັດສິນໃຈ ໄປສັກຢາວັກຊິນ.ຂ້າພະເຈົ້າຢາກຢໍ້າຕື່ມອີກວ່າ ຖ້າເກີດມີການລະບາດ ແລ້ວຈຶ່ງມາສັກວັກຊີນ ກໍບໍ່ສາມາດປ້ອງກັນໄດ້ທັນ ເພາະຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນ ຈຶ່ງ

    ເຮັດໃຫ້ຮ່າງກາຍຫຼັງຈາກໄດ້ຮັບວັກຊີນປ້ອງກັນ ສາມາດຖືກກະຕຸ້ນ ພູມປ້ອງກັນ (ເມັດເລືອດຂາວໃຫ້ເພີ່ມຂື້ນ) ເພື່ອຕ້ານກັບ ການຕິດເຊື້ອ ຸ ໂ ຄ ວ ິ ດ ໄດ້.ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ລົງກວດກາ, ຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນແຂວງຂອງທ່ານວ່າບັນລຸໃນເປົ້າໝາຍທີ່ໄດ້ວາງໄວ້ຫຼືບໍ. ຖ້າບໍ່ທັນບັນລຸກໍ່ໃຫ້ຮີບຮ້ອນເລັ່ງຂະບວນການສັກຢາໃຫ້ບັນລຸຄາດໝາຍທີ່ທາງກະຊວງສາທາລະນະສຸກໄດ້ວາງໄວ້ ທັງນີ້ກໍ່ເພື່ອ ປ້ອງກັນໂຕທ່ານເອງ, ຄົນໃນຄອບຄົວ, ປະຊາຊົນໃນແຂວງທ່ານ ແລະ ປະເທດຊາດ ຈາກການລະບາດຮອບທີ ສອງ ໂດຍໄວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.