ດວງລາຍວັນປະຈຳວັນທີ 30 ພຶດສະພາ 2021 ການງານ ການເງິນ ຄວາມຮັກ

    0
    740

    ວັນຈັນ:ການ​ງານ ມີ​ໂອ​ກາດ​ປັບ​ປ່ຽນ​ ປ່ຽນ​ແປງ​ໂຍກ​ຍ້າຍ​ກ່ຽວກັບ​ເລື່ອງ​ການ​ງານ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ຫາ​ເຂົ້າ​ມາ​ໄດ້​ຫລາຍ​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຫລາຍ​ ແຕ່​ກໍ​ຍັງ​ບໍລິຫານ​ຈັດການ​ໄດ້​ດີ​ຢູ່​ ຄວາມ​ຮັກ ຄວາມ​ເປັນ​ອິດສະຫລະ​ເປັນ​ສິ່ງ​ທີ່​ດີ​ສຸດ​ສຳລັບ​ທ່ານ​ ເພາະ​ຍັງ​ຕ້ອງ​ເຮັດ​ອີກ​ຫຼາຍ​ຢ່າງ​ ເລື່ອງ​ຄວາມ​ຮັກ​ຄວນ​ພັກ​ໄວ້​ກ່ອນ​

    ວັນຄານ:ການ​ງານ ຄວາມ​ດຸໝັ່ນ​ຂອງ​ທ່ານ​ຈະ​ນຳ​ພາ​ໂອ​ກາດ​ມາສູ່​ຕົນເອງ​ ຈະ​ໄດ້ຮັບ​ປະສົບການ​ໃໝ່​ໆ​ ໃນ​ຊ່ວງ​ນີ້​ ການ​ເງິນ ໝຸນ​ຫາ​ໄດ້​ທັນ​ໃຊ້​ທັນ​ຈ່າຍ​ໄດ້​ພໍສົມຄວນ ແຕ່​ກໍ​ເປັນ​ການໃຊ້ຈ່າຍທີຫຼາຍ​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ລາວເປັນຄົນ​ຜິວ​ຂາວ​ໂດດ​ເດັ່ນ​ໃນຊ່ວງ​ນີ້​ ຊຶ່ງ​ຈະ​ໄດ້​ພົບ​ກັນ​ໃນ​ບໍ່ຊ້າ​ນີ້​

    ວັນພຸດ:ການ​ງານ​ ຕິດ​ຂັດ​ອຸປະສັກ​ເປັນ​ທຳມະດາ​ ແຕ່​ກໍ​ຈະ​ແກ້​ໄຂ​ບັນຫາ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ ການ​ເງິນ ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ວາງ​ແຜນ​ການ​ໃຊ້​ຈ່າຍ​ໄດ້​ດີພໍ​ເງີນ​ທອງເລີ່ມ​ຂາດ​ມື​ໃນ​ໄລຍະ​ນີ້​ ຄວາມ​ຮັກ ຍັງ​ມຸ້ງ​ເນັ້ນ​ໃນ​ເລື່ອງ​ການ​ງານ​ຫລາຍກວ່າ​ ໃນ​ຊ່ວງ​ນີ້​ບໍ່​ຄ່ອຍ​ມີ​ເວລາ​ທຸ້ມເທ​ໃຫ້​ເລື່ອງ​ຄວາມ​ຮັກ​ປານໃດ​

    ວັນພະຫັດ:ການ​ງານ ມີ​ເລື່ອງ​ທີ່​ເລັ່ງ​ລັດໃນ​ເລື່ອງ​ຂອງ​ການ​ເຮັດ​ວຽກງານ​ທີ່​ຕ້ອງ​ເຮັດໃຫ້​ສຳເລັດ​​ ແຕ່​ກໍ​ສາມາດ​ຮັບ​ຜິດຊອບ​ ແລະ​ສ້າງ​ຜົນ​ງານ​ໄດ້​ເປັນ​ຢ່າງ​ດີ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ແຕ່​ຕ້ອງ​ພົບ​ອຸປະສັກ​ກ່ອນ​ ແລ້ວ​ຈຶ່ງ​ຈະ​ໄດ້​ໂຊກ​ໄດ້​ເງີນ​ເຂົ້າ​ມາ​ໃນ​ພາຍ​ຫຼັງ​ ຄວາມ​ຮັກ ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ ຖ້າຈະ​ໄດ້​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທ່ານ​ເປັນ​ຄົນ​ສະຫລຽວ​ສະຫລາດ​ ມັກ​ເຂົ້າ​ສັງຄົມ​ ຜິວ​ຂາວ​ ອາ​ຍຸ​ນ້ອຍ​ກວ່າ​

    ວັນສຸກ:ການ​ງານ ຈະ​ເຮັດງານ​ຫຍັງ​ຊ່ວງ​ນີ້​ເປັນ​ເງີນ​ເປັນ​ທອງ ປະ​ສົບ​ຄວາມ​ສຳ​ເລັດ​ດີ​ໄປ​ທຸກ​ຢ່າງ​ ຈະເລີນ​ຮຸ່ງ​ເຮືອງ​ ແລະ​ໂຊກ​ດີ​ ການ​ເງິນ ບໍ່​ຄວນ​ປະ​ໝາດ​ໃນ​ການ​ໃຊ້​ຈ່າຍ​ ຊ່ວງ​ນີ້​ຢູ່ໃນ​ສະພາ​ວະ​ທີ່​ຕ້ອງ​ທົບ​ທວນ​ການ​ໃຊ້​ຈ່າຍ​ໃໝ່​ອີກ​ເທື່ອ​ໜຶ່ງ​ ຄວາມ​ຮັກ ຍັງ​ຢູ່ໃນ​ສະຖານນະການ​ຮັກ​ທີ່​ບໍ່​ເປີດ​ເຜີຍ​ ໃນ​ຊ່ວງ​ນີ້​ໄດ້​ພົບ​ຄົົນທີ່​ມີ​ສະເນ່​ເປັນ​ຢ່າງ​ຫລາຍ​

    ວັນເສົາ:ການ​ງານ ມີ​ອຸປະສັກ​ດ້ານ​ການ​ງານ​ເພີ່ມ​ຂຶ້ນ​ ມີ​ໂອ​ກາດ​ປັບ​ປ່ຽນ​​ ແລະ​ເຂົ້າ​ສັງຄົມ​ຫລາຍ​ຂຶ້ນ​ ເຮັດໃຫ້​ຮູ້ສຶກ​ເມື່ອຍ​ທີ່​ຕ້ອງ​ຮັບ​ຜິດຊອບ​ຫຼາຍ​ສິ່ງ​ພ້ອມ​ກັນ​ ການ​ເງິນ ໝຸນ​ຫາ​ໃຊ້​ຈ່າຍ​ເງີນ​ໄດ້​ຄ່ອນ​ຂ້າງ​ດີ​ ແລະ​ຍັງ​ພໍ​ມີ​ເງີນ​ເຫຼືອ​ເກັບ​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ ເພາະ​ຍັງ​ບໍ່​ໄວ້​ວາງ​ໃຈ​ຄົົນທີ່​ຈະ​ເຂົ້າ​ມາ​ ຊຶ່ງ​ທ່ານຍັງ​ເບິ່ງວ່າ​ລາວ​ຫວັງ​ຜົນ​ປະໂຫຍດ​ຈາກທ່ານ​ນັ້ນ​ເອງ​

    ວັນອາທິດ:ການ​ງານ ຈະ​ພົບ​ຄວາມ​ກົດ​ດັນ​ໃນ​ຊ່ວງ​ນີ້​ ຈຶ່ງ​ຕ້ອງລໍ​ຖ້າ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ກ່ອນ​ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ກໍ​ຕ້ອງ​ໃຊ້​ຈ່າຍອອກ​ໄປ​ ເປັນ​ລັກສະນະ​ຂອງ​ການ​ໝຸນໃຊ້ຈ່າຍ​ເງີນ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ເຫຼົ່າ​ນີ້​ ເພາະ​ຂ່າວ​ເລື່ອງ​ຄວາມ​ຮັກ​ເປັນແຕ່​ຂ່າວ​ລື​ ຫລື​ມີ​ຄວາມ​ບໍ່​ຊັດເຈນ​ຕ່າງ​ໆ​ ເຮັດໃຫ້​ຫງຸດ​ຫງິດ​ໃຈ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.