ປກສ ເມືອງສີໂຄດຕະບອງ ເຂັ້ມງວດຕໍ່ບັນດາຫ້າງ, ຮ້ານ ທີ່ຝ່າຝືນຕໍ່ແຈ້ງການ 02/ຈນວ ພັທ ຄຳຫຼ້າ ພົມມະສານ ຫົວໜ້າ ປກສ ເມືອງສີໂຄດຕະບອງ ນວ ໃຫ້ຮູ້ວ່າ: ເວລາ ປະມານ 20-21 ໂມງ ຂອງວັນທີ 26 ພຶດສະພາ 2021 ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບຄະນະພັກເມືອງ ແລະ ອຳນາດການ
ປົກຄອງບ້ານ ລົງກວດກາບັນດາຫ້າງ, ຮ້ານທີ່ຍັງເປີດໃຫ້ບໍລິການ ເຊິ່ງການຜ່າຝືນຕໍ່ແຈ້ງການ 02/ຈນວ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພ ະ ຍ າ ດ ໂ ຄ ວ ິ ດ ຢູ່ ນວ ໃນລະຫວ່າງວັນທີ 21 ພຶດສະພາ ຫາ 4 ມີຖຸນາ 2021.ພັທ ຄຳຫຼ້າ ພົມມະສານ ຍັງ
ໃຫ້ຮູ້ອີກວ່າ: ຜ່ານການລົງກວດກາຕົວຈິງຂອງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນວ ສົມທົບກັບອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ພົບເຫັນຫ້າງ, ຮ້ານ ທີ່ຍັງເປີດໃຫ້ບໍລິການ ທັງໝົດ 5 ຮ້ານ, ໃນນີ້ ມີຮ້ານອາຫານ 1 ຮ້ານ, ຮ້ານປະເພດປີ້ງ 4 ຮ້ານ ແລະ ຫ້ອງແຖວ 1 ຫຼັງ ທີ່ຍັງມີການຊຸມ
ແຊ່ວ ຈຶ່ງໄດ້ສຶກສາອົບຮົມແນະນຳ, ກ່າວເຕືອນ ເພື່ອເຫັນໄດ້ເຖິງໄພອັນຕະລາຍຂອງການແຜ່ລະບາດພະຍາດ ແລະ ເຮັດບົດບັນທຶກໃຫ້ປິດຮ້ານຈຳນວນດັ່ງກ່າວ ຊ່ອງໜ້າກັບເຈົ້າໜ້າທີ່ ເຊິ່ງເປັນການຜ່າຝືນຕໍ່ແຈ້ງການ 02/ຈນວ ໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງ ພ ະ ຍ າ ດ ໂ ຄ ວ ິ ດກອງບັນຊາການ
ປກສ ນວ ໄດ້ຮຽກຮ້ອງມາຍັງເຈົ້າຂອງກິດຈະການຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມຄຳສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 02 /ຈນວ ວາງອອກຢ່າງເຂັ້ມງວດ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນສະຖານທີ່ໃດທີ່ຍັງລະເມີດຄຳສັ່ງ ແຈ້ງການຕ່າງໆໃຫ້ແຈ້ງທາງເບີວອດແອັບ ແລະ ແຈ້ງຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ 020 2889 9774