ລັກຊັບຂອງລັດ ໃນຂະນະເຈົ້າໜ້າທີ່ອອກກວດກາລາດຕະເວນ

    0
    607

    ລັກຊັບຂອງລັດ ໃນຂະນະເຈົ້າໜ້າທີ່ອອກກວດກາລາດຕະເວນ ທ້າວ ຕຳລືງ ອາຍຸ 28 ປີ ອາຊີບກຳມະກອນ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມສີຖານກັກຕົວ ແລະ ມອບໃຫ້ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີໃນຄັ້ງວັນທີ 26/5/2021 ໃນຂໍ້ຫາລັກຊັບຂອງລັດ (

    ລັກຕະແກງເຫຼັກອັດຮ່ອງລະບາຍນໍ້າ ) ຢູ່ຖະໜົນເຂດໄຟແດງດົງນາໂຊກ ຫາ ໄຟແດງເຕ້ 2.ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນວັນທີ 26/5/2021 ເວລາ 23ໂມງ ເຈົ້າໜ້າທີ ປກສ ກຸ່ມສີຖານທີ່ຂື້ນກັບ ກອງບັນຊາການ ປກສ ເມືອງສີໂຄດ

    ຕະບອງ ໄດ້ອອກກວດກາລາດຕະເວນໃນພື້ນທີ່ຄວາມຮັບຜິດຊອບຂອງຕົນເມືອມາຮອດບ້ານນາຄຳ ໄດ້ພົບເຫັນ ທ້າວ ຕຳລືງ ຜູ້ກ່ຽວໄດ້ລັກເອົາຕະແກງເຫຼັກອັດຮ່ອງລະບາຍນ້ຳຖະໜົນ ຈື່ງໄດ້ນຳເອົາຕົວຜູ້ກ່ຽວມາສອບສວນ ເບື້ອງຕົ້ນຜູ້ກ່ຽວໄດ້ຮັບສາລະພາບວ່າ:ໃນເວລາ 10 ໂມງຂອງວັນທີ 26/5/2021 ຕົນໄດ້ມາເຮືອນພີ່ນ້ອງຢູ່

    ບ້ານດົງນາໂຊກເໜືອໃນເວລາກັບໄດ້ເຫັນຕະແກງເຫຼັກອັດຮ່ອງລະບາຍນ້ຳ ຈື່ງເກີດຄວາມຄິດຢາກໄດ້ໄປຂາຍເອົາເງີນຈື່ງລົງມືລັກເອົາແລ້ວຍ່າງມາເຂດບ້ານນາຄຳ ເຈົ້າໜ້າທີ່ຈື່ງໄດ້ພົບເຫັນແລ້ວນຳຕົນມາຫ້ອງການ ປກສ ກຸ່ມ ພ້ອມທັງນຳຕົວພາໄປຊີ້ຈຸດບ່ອນລັກທຳແຜນປະກອບຄຳຮັບສາລະພາບ ແລ້ວນຳຕົວຜູ້ກ່ຽວສົ່ງໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອດຳເນີນຄະດີຕາມກົດໝາຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.