ຂ່າວດີ ອີງຕາມ ບົດບັນທຶກກອງປະຊຸມ ຂອງ ຄະນະສະເພະກິດໂທລະຄົມ ແລະ ອິນເຕີເນັດ ຄັ້ງວັນ 26 ພຶດສະພາ 2021.ອົງການດັດສົມໂທລະຄົມມະນາຄົມ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານຜູ້ອຳນວຍການ ບໍລິສັດໂທລະຄົມມະນາຄົມ ໃຫ້ຈັດຕັ້ງປະຕິບັດນະໂຍບາຍຫຼຸດຄ່າໂທປະເພດການບໍລິການຕ່າງໆ ເພື່ອຊ່ວຍເຫຼືອສັງຄົມໃນຊ່ວງໄລຍະທີ່ມີການແຜ່ລະບາດຂອງ ພ ະ ຍ າ ດ ໂ ຄ ວ ິ ດ ແລະ ເປັນການອຳນວຍຄວາມສະດວກສຳລັບການເຮັດວຽກຢູ່ບ້ານ, ການຮຽນ-ການສອນທາງໄກ ແລະ ຂົງເຂດປິ່ນອ້ອມອື່ນໆ ດັ່ງເນື້ອໃນລຸ່ມນີ້:
1. ໃຫ້ບັນດາບໍລິສັດໂທລະຄົມ ຫຼຸດຄ່າໂທ (Voice) ລົງ 15 % ຂອງລາຄາມາດຕະຖານສໍາລັບທຸກປະເພດບໍລິການ( ໂທລະສັບຕັ້ງໂຕະ,ໂທລະສັບຕັ້ງໂຕະບໍ່ມີສາຍ, ໂທລະສັບລາຍເດືອນ ແລະ ໂທລະສັບແບບຕື່ມເງິນ);
2. ໃຫ້ບັນດາບໍລິສັດໂທລະຄົມ ສົ່ງຂໍ້ຄວາມ (SMS) ໃຫ້ລູກຄ້າຂອງຕົນ ເຊິ່ງມີເນື້ອໃນ ຄື: “ຕິດຕາມຂ່າວສານທາງການ ກ່ຽວກັບການແຜ່ລະບາດ ຂອງພະຍາດ ພ ະ ຍ າ ດ ໂ ຄ ວ ິ ດ ໄດ້ທີ່ ເວັບໄຊ 3. ໃຫ້ເລີ້ມຈັດຕັ້ງປະຕິບັດນັບແຕ່ ວັນທີ 31 ພຶດສະພາ ຫາ ວັນທີ 30 ມິຖຸນາ 2021.ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.