ມື້ນີ້ພົບຜູ້ຕ ິ ດ ເ ຊ ື ້ ອ ໃໝ່ 3 ຄົນ ປ ິ ່ ນ ປ ົ ວ ດີໃໝ່ 47 ຄົນ ຍັງມີຄົນເຈັບນອນປິ່ນປົວ 503 ຄົນ

    0
    408

    ວັນທີ 29 ພຶດສະພາ 2021 ສປປລາວ ພົບກໍລະນີ ຕ ິ ດ ເ ຊ ື ້ ອ ໃໝ່ອີກ 3  ຄົນ(ໃນນີ້2 ຄົນເປັນກໍລະນີນຳເຂົ້າ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມເພີ່ມເປັນ1.908 ຄົນ, ປິ່ນປົວດີສະສົມ1.402 ຄົນ.

    ທ່ານດຣ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ວັນມະນີ ພິມມະສານ ຫົວຫນ້າພະແນກອຸດສາຫະກໍາແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວປະຈຳວັນທີ29 ພຶດສະພາ 2021ທ່ານດຣ.ພອນປະເສີດ ໄຊຍະມຸງຄຸນກ່າວວ່າ: ໃນັວນທີ28 ພຶດສະພາໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ2.216ຕົວຢ່າງ ກວດພົບເຊື້ອ3 ຄົນຄື: ນະຄອນຫຼວງວຽງຈັນ1 ຄົນ, ແຂວງສະຫວັນນນະເຂດ1 ຄົນ(ນໍາເຂົ້າ) ແລະ ແຂວງຈຳປາສັກ1ຄົນ(ນຳເຂົ້າ). ເຮັດໃຫ້ມາຮອດປັດຈຸບັນຕົວເລກຕິດເຊື້ອສະສົມເພີ່ມເປັນ1.908ຄົນ.

    ສ່ວນການປິ່ນປົວຜູ້ຕິດເຊື້ອຫາຍດີຕື່ມອີກ47 ຄົນ ລວມປິ່ນປົວດີສະສົມ1.402ຄົນ, ກຳລັງປິ່ນປົວ 503 ຄົນ, ເສຍຊີວິດສະສົມ3 ຄົນ(ໃໝ່0ຄົນ).
    ຄົນເຈັບຕິດເຊື້ອໃຫມ່ຈາກນະຄອນຫຼວງ 1 ຄົນ ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ; ສ່ວນແຂວງສະຫວັນນະເຂດ 1 ຄົນ ແລະ ແຂວງຈໍາປາສັກ 1 ຄົນ ນັ້ນແມ່ນກໍລະນີ ນໍາເຂົ້າເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດຫມາຍ.

    ໃນສປປລາວປັດຈຸບັນເຫັນວ່າຍັງສືບຕໍ່ມີລາຍງານກໍລະນີໃຫມ່ທຸກມື້, ໂດຍສະເພາະການລະບາດຢູ່ນະຄອນຫຼວງແມ່ນການ ຕິດເຊື້ອພາຍໃນຊຸມຊົນ ແລະ ມີການແຜ່ລາມອອກເປັນວົງກວ້າງ ຈິ່ງເຮັດໃຫ້ມີສະພາບ ການລະບາດເປັນຈຸ້ມໃນຄອບຄົວ, ຫມູ່ຄູ່ ແລະ ຄົນໃກ້ຊິດ ຍ້ອນວ່າ ຜູ້ຕິດເຊື້ອບາງຄົນບໍ່ສະແດງອາການຈີ່ງສືບຕໍ່ໄປເຄື່ອນໄຫວຕາມປົກກະຕິເຮັດໃຫ້ການລະບາດເຂົ້າສູ່ບັນດາ ຫ້ອງການ, ສໍານັກງານອົງການ, ຕ່າງໆ ເຮັດໃຫ້ມີການຕິດເຊື້ອໃຫມ່ ແລະ ເກີດມີເຂດການຕິດເຊື້ອໃຫມ່ຂຶ້ນ ໃນແຕ່ລະວັນ ເຊິ່ງຮອດປະຈຸບັນ ຢູ່ນະຄອນຫຼວງວຽງຈັນ ມີຈໍານວນບ້ານທີ່ເປັນເຂດແດງ 26 ບ້ານ ໃນ 7 ເມືອງ(ເພີ່ມບ້ານໃໝ່ ແມ່ນບ້ານສົມຫວັງໃຕ້ ເມືອງຫາດຊາຍຟອງ).

    ຕໍ່ຫນ້າ ກັບສະພາບດັ່ງກ່າວ ຄະນະສະເພາະກິດ ໄດ້ເອົາໃຈໃສ່ ວາງມາດຕະການອອກມາ ເປັນແຕ່ລະໄລຍະ ເພື່ອໃຫ້ແທດເຫມາະ ກັບສະພາບການລະບາດຂອງພະຍາດ ເຊິ່ງປະຈຸບັນກໍແມ່ນປະຕິບັດຕາມ ແຈ້ງການຫ້ອງການສນຍເລກທີ 528ນຍ ເຊິ່ງແມ່ນສືບຕໍ່ ປະຕິບັດຄໍາສັ່ງ15/ນຍ ພ້ອມດຽວກັນໃນແຈ້ງການ ສະບັບດັ່ງກ່າວ ໄດ້ມີການ ເພີ່ມເຕີມ 8 ມາດຕະການ ແລະ ມີການ ຜ່ອນຜັນ 4 ມາດຕະການ ເຊິ່ງໄລຍະປະຕິບັດ ແຕ່ວັນທີ 21 ພຶດສະພາ 2021– 4 ມີຖຸນາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.