ສຳນັກງານຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈໍາອົງການ ສປຊ “ຕ້ອນຮັບ ຄຣິສຕີນາ ລາຊະສິມມາ ພາຍຫລັງສໍາເລັດການເຂົ້າຮ່ວມໃນເວທີປະກວດນາງງາມຈັກກະວານທີ່ ລັດຟໍລີດາ ສະຫະລັດ ອາເມລິກາ.”
(1). ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ, ຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈຳອົງການ ສປຊ, ຕາງຫນ້າໃຫ້ບັນດານັກການທູດ ແລະ ພະນັກງານປະຈໍາສໍານັກງານ ໄດ້:
1. ສະແດງຄວາມຍິນດີ ແລະ ຊົມເຊີຍ ທີ່ ຄຣິສຕີນາ ໄດ້ເຮັດສຳເລັດຫນ້າທີ່ ທັງໄດ້ປະກອບສ່ວນໃນວຽກງານການທູດດ້ານວັດທະນະທໍາ ໂດຍຕາງຫນ້າໃຫ້ຊາວຫນຸ່ມລາວ ແລະ ແມ່ຍິງລາວ ໃນທົ່ວປະເທດ ມາເຜີຍແຜ່ວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ໃນເວທີສາກົນໃນຄັ້ງນີ້,
2. ເປັນການປະກອບສ່ວນເຮັດໃຫ້ສາກົນຮູ້ຈັກ ແລະ ຊື່ນຊົມຍິນດີ ຕໍ່ຄວາມເປັນເອກະລັກຂອງຊາດລາວເຮົາຫລາຍຍິ່ງຂຶ້ນ;
(2). ຄຣິສຕີນາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄົນລາວ ທີ່ປະຕິບັດຫນ້າທີ່ຢູ່ຕ່າງປະເທດ ລວມທັງຄົນເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ ສ. ອາເມລິກາ ພ້ອມທັງໄດ້ເລົ່າຄືນເຖິງ ປະສົບການບາງດ້ານ ແລະ ຄວາມປະທັບໃຈ ຈາກການເຂົ້າຮ່ວມໃນເວທີໂລກໃນຄັ້ງນີ້;
(3). ນອກຈາກນັ້ນ, ຄຣິສຕີນາ ຍັງມີໂອກາດໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບບາງວຽກງານທີ່ພົ້ນເດັ່ນໃນຂອບອົງການ ສປຊ ລວມທັງ ບູລິມະສິດຂອງ ສປປລາວ ໃນການເຄື່ອນໄຫວຢູ່ເວທີສາກົນ ໃນຊຸມປີຕໍ່ຫນ້າ. ຄຣີສຕີນາ ມີຄວາມສົນໃຈເປັນພິເສດ ຕໍ່ວຽກງານຂອງອົງການ ສປຊ ເນື່ອງຈາກພໍ່ຂອງ ຄຣີສຕີນາ ໄດ້ຮ່ວມເຮັດວຽກນໍາອົງການ ເຄືອຂ່າຍ ສປຊ ປະຈໍາ ສປປລາວ ມາຫລາຍປີ ແລະ ຕົນເອງກໍໄດ້ເຮັດຫນ້າທີ່ ເປັນອາສາສະຫມັກໃນການເຜີຍແຜ່ວຽກງານຂອງອົງການ UNFPA ໃນລະດັບປະເທດ.
ຂໍ້ມູນຈາກ: Permanent Mission of the Lao PDR to the United Nations