ຄົນເກີດວັນຈັນ:ການງານການເຮັດທຸລະກິດການຄ້າອາຫານຈະໄດ້ຜົນກຳໄລດີ ການເງິນ ມື້ນີ້ດວງດີຈະໄດ້ຮັບໂຊກລາບເຂົ້າມາ ຄວາມຮັກ ຕົກຢູ່ໃນສະຖານະການຮັກຊ້ອນ ຕ້ອງລະວັງມືທີສາມ
ຄົນເກີດວັນອັງຄານ:ການງານ ເຮັດທຸລະກິດເປັນນາຍໜ້າຄ້າທີ່ດິນປະສົບຄວາມສຳເລັດດີ ການເງິນ ຈະໄດ້ໂຊກກ້ອນໃຫຍ່ເຂົ້າມາໃຫ້ໄດ້ໃຊ້ຈ່າຍ ຄວາມຮັກ ພົບສະຖານະການເລີກລາ ຢ່າຮ້າງກັບຄົນຮັກ
ຄົນເກີດວັນພຸດ:ການງານ ເຮັດທຸລະກິດຈະການຄ້າຜະລິດຕະພັນຂອງແຟຊັ່ນໄດ້ຜົນກຳໄລດີ ການເງິນ ມື້ນີ້ໂຊກດີຈະໄດ້ຮັບເງິນເຂົ້າມາໃນການໃຊ້ຈ່າຍ ຄວາມຮັກ ຕ້ອງລະວັງມີບັນຫາກັບຄົນຮັກຕ້ອງລະວັງເລື່ອງຂອງຄໍາເວົ້າໃຫ້ຫຼາຍ
ຄົນເກີດວັນພະຫັດ:ການງານ ລົງທຶນເຮັດທຸລະກິດຈະການຄ້າໄດ້ຜົນກຳໄລດີ ເຂົ້າມາໃນການໃຊ້ຈ່າຍ ການເງິນ ມື້ນີ້ດວງດີຈະມີໂຊກ ມີຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມຮັກ ພົບຮັກທາງໂຊຊຽວອາດມາໃນຮູບແບບໝູ່ເພື່ອນ
ຄົນເກີດວັນສຸກ:ການງານ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ໃນດ້ານໜ້າທີ່ການງານ ການເງິນ ຈະໄດ້ໂຊກຈາກຄວາມຜູ້ໃຫຍ່ທີ່ເຂົ້າມາຊ່ວຍເຫຼືອ ຄວາມຮັກ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົນທີ່ມີສະເໜ່ມີນິໄສດີໃຫ້ຮູ້ຈັກ
ຄົນເກີດວັນເສົາ:ການງານ ຕ້ອງລະວັງເລື່ອງຂອງເອກະສານ ເພາະຢູ່ໃນໄລຍະກໍາລັງວຸ່ນ ການເງິນ ໃຫ້ລະວັງເລື່ອງການເງິນ ບໍ່ຄວນເອົາເງິນໃຫ້ຄົນທີ່ທ່ານຍັງບໍ່ໝັ່ນໃຈ
ຄວາມຮັກ ຢູ່ໃນໄລຍະປັບໂຕເຂົ້າຫາກັນເພາະຢູ່ໃນສະຖານະຍັງບໍ່ຊັດເຈນ
ຄົນເກີດວັນອາທິດ:ການງານ ເຮັດທຸລະກິດປະສົບຄວາມສຳເລັດ ຊື່ສຽງໂດ່ງດັ່ງ ການເງິນ ພົບເລື່ອງເສຍເງິນຈໍານວນຫຼາຍເຂົ້າມາໃຫ້ມີລາຍຈ່າຍ ຄວາມຮັກ ໄດ້ພົບຮັກໂດຍບໍ່ທັນຕັ້ງໂຕ ແລະ ທ່ານເອງກໍຍັງບໍ່ມີແຜນຢາກມີໃຜເຂົ້າມາ