ຫຍິງ ລະຖາ ເປີດໃຈ ງານແຕ່ງບໍ່ມີສິນສອດຫຍັງ ມີພຽງແຫວນແທນໃຈຂອງທັງສອງຄົນເທົ່ານັ້ນ

    0
    802

    ເອີ້ນໄດ້ວ່າເຂົ້າພິທີໝັ້ນໄປເປັນທີ່ຮຽບຮເອຍແລເວ ສໍາລັບ ຫຍິງ ລະຖາ ເຊິ່ງຈັດແບບລຽບງ່າຍ ຕາມມາດຕະການປ້ອງກັນໂຄວິດ-19 ທຸກຢ່າງ ເຊິ່ງກ່ອນອື່ນ ແອັດຂໍສະແດງຄວາມຍິນດີກັບທັງຄູ່ ທີ່ເຂົ້າພິທີໝັ້້ນ ແລະ ຈົດທະບຽນສົມລົດກັນແລ້ວ ເປັນໄປແບບລຽບງ່າຍ ບໍ່ຫວືຫວາ ຈັດຂຶ້ນເມື່ອວັນທີ 25 ພຶດສະພາ ທີ່ຜ່ານມາ.

    ໂດຍງານໝັເນ ແລະ ຫານຈົດທະບຽນຂອງທັເງຄູ່ ກໍ່ເປັນໄປຢ່າງອົບອຸ່ນ ມີພຽງແຕ່ຄົນທີ່ສະນິດໃນຄອບຄົວ ແລະ ໝູ່ສະນິດທີ່ໄດ້ເດີນທາງໄປຮ່ວມເປັນສັກຂີພິຍານຮັກໃນຄັ້ງນີ້ ສ່ວນງານສະຫຼອງມົງຄຸນສົມຣົດຂອງທັ້ງຄູ່ ກໍ່ຍັງຄົງເປັນຕີມ ດີສນີ ເຊິ່ງຈາກແຜນເດີມທີ່ວາງໄວ້ຈະຈັດປາຍປີນີ້ ກໍ່ຄາດວ່າໜ້າຈະໄດ້ເລື່ອນໄປຈັດໃນຕົ້ນປີໜ້່ ເນື່ອງຈາກສະຖານະການໂຄວິດ-19.

    ທັ້ງນີ້ ພາຍຫຼັງແລ້ວພິທີໝັ້ນ ສາວຫຍິງ ລະຖາ ເຜີຍວ່າ ງານນີ້ທີ່ຕ້ອງປິດງຽບເນື່ອງຈາກໝໍດູເນັ້ນວ່າບໍ່ໃຫ້ບອກໃຜ ເລີຍມີພຽງຄອບຄົວ ແລະ ມູ່ສະນິດບໍ່ເທົ່າໃດຄົນເທົ່ານັ້ນ ໂດຍໃນພິທີກໍ່ມີຣືກສວມແຫວນ 11:11ໂມງ ແລະ ຣືກຈົດທະບຽສົມຣົດ 15:15ໂມງ.

    ສ່ວນເລື່ອງຂອງສິນສອດຂອງໝັ້ນນັ້ນ ສາວຫຍິງ ເຜີຍວ່າ ພາຍໃນງານບໍ່ໄດ້ມີສິນສອດຫຍັງ ມີພຽງແຫວນເພັດຂະໜາດ 2ກະຣັດ ສ່ວນຕົວບໍ່ໄດ້ຄິດຫາເລື່ອງນີ້ຢູ່ແລ້ວ ເພາະຫຼັງຈາກຈົດທະບຽນສົມລັດແລ້ວ ຊັບສິນຂອງທັ້ງຄູ່ກໍ່ຕ້ອງມາລວມກັນຢູ່ແລ້ວນັ້ນເອງ.

    ແນວໃດກໍ່ຕາມ ແອັດຂໍອວຍພອນໃຫ້ທັ້ງສອງຈົ່ງມີຄວາມສຸກໃນຊີວິດຄູ່ ແລະ ທີ່ສໍາຄັນມີຄົນນ້ອຍໃຫ້ພວກເຮົາໄດ້ຊື່ນຊົມນໍາໄວໆເດີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.