ເຈົ້າໜ້າທີ່ຂອງຮົງກົງອອກມາເຕືອນປະຊາຊົນ ໃຫ້ຟ້າວມາຮັບວັກຊີນໄຟເຊີ-ໄບໂອເອັນເທກ ພາຍໃນ 3 ເດືອນ ກ່ອນຈະໝົດອາຍຸ.ວັນທີ 25 ພຶດສະພາ 2021, ສຳນັກຂ່າວເອເອຟພີ (AFP) ລາຍງານວ່າ: ຮົງກົງອາດຕ້ອງຈຳໃຈຖິ້ມວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ພັດທະນາຮ່ວມກັນໂດຍ ໄຟເຊີ (Pfizer) ແລະ ໄບໂອ
ເອັນເທກ (BioNTech) ໃນຈຳນວນຫລັກລ້ານໂດສ ເນື່ອງຈາກວັກຊີນທີ່ສັ່ງມາເລີ່ມເຂົ້າໃກ້ວັນໝົດອາຍຸ, ແຕ່ຮອດຕອນນີ້ຍັງບໍ່ມີຄົນເຂົ້າມາລົງທະບຽນພຽງພໍ.
ຮົງກົງຖືເປັນໜຶ່ງໃນບໍ່ເທົ່າໃດແຫ່ງໃນໂລກ ທີ່ສາມາດຈັດຫາວັກຊີນໄດ້ພຽງພໍຕໍ່ຈຳນວນປະຊາກອນທັງໝົດ ເຊິ່ງປັດຈຸບັນມີຢູ່ 7,5 ລ້ານຄົນ, ແຕ່ພັດຕ້ອງຜະເຊີນບັນຫາຄວາມບໍ່ໝັ້ນໃຈໃນວັກຊີນ.ຕາມລາຍງານລະບຸວ່າ: ສາເຫດຕົ້ນຕໍທີ່ເຮັດໃຫ້ຄົນບໍ່ມາລົງທະບຽນສັກວັກຊີນ ຄືຄວາມບໍ່ເຊື່ອໝັ້ນໃນລັດຖະບານ ຮ່ວມກັບການ
ປ່ອຍຂໍ້ມູນປອມໃນໂລກອອນລາຍ ແລະ ການທີ່ເກາະຮົງກົງບໍ່ໄດ້ມີການລະບາດຂອງເຊື້ອໃນໄລຍະຜ່ານມາ ຈຶ່ງເຮັດໃຫ້ຊາວຮົງກົງບໍ່ຕື່ນຕົວໃນການເຂົ້າຮັບວັກຊີນ.
ທ່ານ ໂທມັດ ຊັງ ເຈົ້າໜ້າທີ່ປະຈຳໜ່ວຍງານທີ່ເບິ່ງແຍງດ້ານວັກຊີນ ອອກມາໃຫ້ສຳພາດຕໍ່ສະຖານີວິທະຍຸ RTHK ວ່າ: ຊາວຮົງກົງເຫລືອເວລາພຽງ 3 ເດືອນເທົ່ານັ້ນ ສຳລັບການເຂົ້າມາຮັບວັກຊີນໄຟເຊີ-ໄບໂອເອັນເທກ ກ່ອນວັກຊີນຊຸດດັ່ງກ່າວຈະໝົດອາຍຸ.ແລະ ໃນເດືອນກັນຍາ ທາງສູນສັກວັກຊີນຂອງໄບໂອເອັນເທກຈະຢຸດໃຫ້
ບໍລິການຕາມແຜນທີ່ວາງໄວ້ ແລະ ອາດບໍ່ໄດ້ສັ່ງຊື້ເຂົ້າມາເພີ່ມອີກ.ທ່ານ ຊັງ ກ່າວອີກວ່າ: ການທີ່ຮົງກົງປ່ອຍວັກຊີນໄປລ້າໆ ຂະນະທີ່ທົ່ວໂລກກຳລັງພະຍາຍາມຊອກຫາວັກຊີນນັ້ນ ເປັນເລື່ອງທີ່ບໍ່ຖືກຕ້ອງ.ກ່ອນໜ້ານີ້, ລັດຖະບານຮົງກົງສັ່ງຊື້ວັກຊີນຂອງໄຟເຊີ-ໄບໂອເອັນເທກ ແລະ ຊິໂນແວກ ເຂົ້າມາແລ້ວຢ່າງລະ 7,5 ລ້ານໂດສ ຈົນຮອດຕອນນີ້ ມີປະຊາກອນທີ່ໄດ້ຮັບວັກຊີນຢ່າງໜ້ອຍ 1 ໂດສ ຄິດເປັນອັດຕາ 19% ແລະ ມີປະຊາກອນທີ່ໄດ້ຮັບຄົບ 2 ໂດສແລ້ວ 14%.