ຊົມເຊີຍ ນັກຮົບຊຸດຂາວ ຊຸດທຳອິດຂອງແຂວງຈຳປາສັກ ສຳເລັດຫນ້າທີ່ຢູ່ໂຮງໝໍພາກສະໜາມແລ້ວ ພ້ອມກຽມກັກໂຕ 14 ມື້

    0
    487

    ຊົມເຊີຍ! ນັກຮົບຊຸດຂາວ ຊຸດທຳອິດຂອງແຂວງຈຳປາສັກ ສຳເລັດຫນ້າທີ່ຢູ່ໂຮງໝໍພາກສະໜາມແລ້ວ ພ້ອມກຽມກັກໂຕ 14 ມື້

    ທີມງານແພດໝໍ-ພະຍາບານໂຮງໝໍຈຳປາສັກຊຸດທີ1 ໄດ້ສຳເລັດພາລະກິດການຄຸ້ມຄອງກໍລະນີ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ທີ່ ໂຮງໝໍພາກສະໝາມວິທະຍາໄລການເງີນພາກໃຕ້

    ເຊີ່ງມີຜົນງານໃນການບໍລິຫານຈັດການຈັດສັນໂຮງຮຽນໃຫ້ເປັນໂຮງໝໍພາກສະໝາມເປັນບ່ອນຈຳກັດບໍລິເວນ ຄຸ້ມຄອງກໍລະນີຜູ້ຕິດເຊື້ອໂຄວິດ-19 ແລະ ປີ່ນປົວຜູ້ຕິດເຊື້ອທີ່ມີອາການເບົາບາງ ລວມທັງໝົດ 279 ຄົນ ປີ່ນປົວຫາຍດີ ຜົນກວດລົບແລ້ວກັບບ້ານທັງໝົດ 131ຄົນ

    ມີພະນັກງານລຸ້ນບຸກເບີກຊຸດທີ 1 ຈຳນວນ 4ທ່ານ ຄື: 1. ດຣ.ອີນແປງ ສອນພະສັກ , 2. ພບ ວຽງເງີນ ພິກຸນທອງ , 3. ພບ ສາຍຍັນ ແກ້ວໂສດ
    4. ພບ ພອນສະໄໝ ພີມມະສອນ (ມີປະຫວັດຫຍໍ້ຕາມຮູບ)

    ບັນດາທ່ານທັງໝົດນີ້ໄດ້ເສຍສະຫຼະເວລາ , ຮ່າງກາຍ, ຈິດໃຈ ສຸມໃສ່ການປີ່ນປົວ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ເປັນເວລາ 30 ວັນ
    ຢູ່ທີ່ໂຮງໝໍພາກສະໝາມແຫ່ງນີ້ ຫຼັງຈາກນັ້ນຍັງສືບຕໍ່ຈຳກັດບໍເວນອິກ 14 ວັນ ຈີ່ງສາມາດກັບຫາຄອບຄົວ ແລະ ສັງຄົມໄດ້ຂໍຊົມເຊີຍຢ່າງສຸດໃຈ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.