ປະກາດການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ບັນດາຄະນະໜ່ວຍພັກ ບໍລິສັດລັດ 20 ມັງກອນພັດທະນາ

    0
    379

    ວັນທີ 26 ພຶດສະພາ 2021 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ບັນດາຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດລັດ 20 ມັງກອນ ພັດທະນາ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.

    ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ຂຶ້ນຜ່ານຂໍ້ຕົກລົງ ຂອງຄະນະປະຈຳພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ: ສະຫາຍ ພົນຈັດຕະວາ ຄຳມີ ຫຼ້າບຸນທັນ ເປັນເລຂາຄະນະພັກ ຊີ້ນຳລວມ, ສະຫາຍ ພັນເອກ ວົງສັກ ສຸລິຍະວົງ ເປັນຮອງເລຂາຄະນະພັກ ຮັບຜິດຊອບວຽກງານໂຄສະນາຂະຫຍາຍພັກ, ສະຫາຍ ພັນໂທ ນາງ ຄຳແພງ ມະໂນລາ ເປັນຄະນະ ຮັບຜິດຊອບວຽກງານຈັດຕັ້ງ, ສະຫາຍ ພັນໂທ ວາລິ ສິງຄຳດີ ເປັນຄະນະ ຮັບຜິດຊອບວຽກງານກວດກາ ແລະ ປ້ອງກັນ, ສະຫາຍ ພັນໂທ ໄພບູນ ວົງໄຊ ເປັນຄະນະ ຮັບຜິດຊອບວຽກງານການຄັງ, ຂໍ້ຕົກລົງ ຂອງຄະນະປະຈໍາພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຫ້ອງການ, ໜ່ວຍງານເຂດ 1 ນະຄອນຫຼວງ ແລະ ແຂວງຜົ້ງສາລີ ຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ສຸວິນິດ ທິບພະວົງ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ເພັດສະໝອນ ເລືອງວັນຫຼ້າ ເປັນຮອງເລຂາ ຮັບຜິດຊອບວຽກງານກວດກາ, ສະຫາຍ ຮ້ອຍເອກ ນາງ ຈັນສຸກ ຫຼວງວິໄລ ເປັນຄະນະ ຮັບຜິດຊອບການຄັງ, ໜ່ວຍງານເຂດ 2 ແຂວງວຽງຈັນ ຕົກລົງແຕ່ງຕັ້ງ:

    ສະຫາຍ ພັນຕີ ດວງໃຈ ສູນທອນ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ບຸນເພັດ ຈັນທະຄຳ ເປັນຮອງເລຂາຮັບຜິດຊອບວຽກງານກວດກາ, ສະຫາຍ ພັນໂທ ແສງປະເສີດ ສະຫວັນໂພນເມືອງ ເປັນຄະນະຮັບຜິດຊອບການຄັງ, ໜ່ວຍງານເຂດ 3 ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງໄຊສົມບູນ ຕົກລົງແຕ່ງຕັ້ງ: ສະຫາຍ ພັນຕີ ຈັນທະພອນ ສິນທຳມະວົງ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ສົມພອນ ຄູນຜາລີ ເປັນຮອງເລຂາ, ສະຫາຍ ພັນໂທ ທອງ ຄຳສະຫ່ວາງ ເປັນຄະນະຮັບຜິດຊອບວຽກງານກວດກາ, ໜ່ວຍງານເຂດ 4 ແຂວງອັດຕະປື ແລະ ແຂວງເຊກອງ ຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ທອງຄານ ແສງມະນີພອນ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ສຸລິນພານ ພົມມາວົງ ເປັນຮອງເລຂາ ຮັບຜິດຊອບວຽກງານກວດກາ, ສະຫາຍ ພັນຕີ ບຸນໂຮມ ພັນທະມາລາ ເປັນຄະນະ ຮັບຜິດຊອບການຄັງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ໂອ້ລົມຕໍ່ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຕ້ອງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ, ທາງດ້ານຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກງານໃຫ້ແຕ່ລະບຸກຄົນຮັບຜິດຊອບ, ປະຕິບັດລວມສູນປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ ເພື່ອພ້ອມກັນປັບປຸງກໍ່ສ້າງບໍລິສັດໃຫ້ພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

    ໂດຍ : ອານຸສອນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.