ເຫຼືອເກີນ..!!! ໄວໜຸ່ມຊຸມແຊວກັນຢູ່ຫ້ອງແຖວ ທ້າໂຄວິດ ເຂດບ້ານໜອງທາ

    0
    259

    ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 25 ພຶດສະພາ 2021 ໄດ້ກັກຕົວໄວໜຸ່ມຈຳນວນ 7 ຄົນ, ຍິງ 3 ຄົນ ກຳລັງຊຸມແຊວກັນພ້ອມ ເປີດເພງສຽງດັງຢູ່ຫ້ອງແຖວ ບ້ານໜອງທາເໜືອ ຮ່ອມ 7 ເພື່ອສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກໄວ້

    ພ້ອມທັງນຳສົ່ງພວກກ່ຽວເຂົ້າໄປສູນກັກກັນ ໂຮງຮຽນເລກ 9 ເມືອງຈັນທະບູລີ ນວ ຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ນວ ເພື່ອກວດກາຫາເຊື້ອພະຍາດ ຖ້າພົບວ່າການກະທຳຂອງພວກກ່ຽວເປັນສາເຫດ ໃຫ້ມີການແຜ່ເຊື້ອພະຍາດ ແມ່ນຈະໃຫ້ຮັບຜິດຊອບຜົນເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບທາງອາຍາ ຕາມປະມວນກົດໝາຍໄດ້ກຳນົດໄວ້ ເພາະເປັນການລະເມີດແຈ້ງການ ເລກທີ 02/ຈນວ.

    ທີ່ມາ: ນສພ ພັດທະນາລາວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.