ກະຊວງແຜນການ ແລະ ການລົງທຶນ ສັກວັກຊິນ ປ ້ ອ ງ ກ ັ ນ ໂ ຄ ວ ິ ດ ເຂັມທີ 2

    0
    881

    ຂປລ. ໃນວັນທີ 26 ພຶດສະພາ 2021, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຂະບວນການສັກວັກຊິນ ເພື່ອປ ້ ອ ງ ກ ັ ນ ໂ ຄ ວ ິ ດ ໃຫ້ແກ່ພະນັກງານ-ລັດຖະກອນໃນທົ່ວກະຊວງ ສຳລັບເຂັມທີ 2 ມີພະນັກງານທັງໝົດ 400 ກວ່າຄົນ ແນໃສ່ຫລຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດດັ່ງ ກ່າວ.

    ຕະຫລອດໄລຍະຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ໄດ້ເອົາໃຈໃສ່ໃນການປຸກລະດົມໃຫ້ພະນັກງານ-ລັດຖະກອນ ທັງໝົດພາຍໃນກະຊວງຂອງຕົນ ໃຫ້ມາສັກວັກຊິນຢ່າງທົ່ວເຖິງ ແລະ ຄົບຕາມກຳນົດ ໂດຍບໍ່ໄດ້ເສຍຄ່າ. ຂະນະດຽວກັນ, ກໍໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ສັກຄົບທັງສອງເຂັມແລ້ວ ໃຫ້ສືບຕໍ່ປະຕິບັດຕາມຄຳ

    ແນະນຳຂອງແພດ-ໝໍຢ່າງເຄັ່ງຄັດ ເພື່ອໃຫ້ຮ່າງການສາມາດສ້າງພູມຄຸ້ມກັນ ແລະ ເຮັດໃຫ້ຢາທີ່ສັກໄປແລ້ວນັ້ນ ມີປະສິດທິຜົນສູງສຸດ.ພ້ອມກັນນັ້ນ, ຍັງໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ ທັງໝົດພາຍໃນກະຊວງແຜນການ ແລະ ການລົງທຶນ ເຖິງວ່າຈະສັກວັກຊິນຄົບແລ້ວກໍຕາມ, ຜູ້ທີ່ສັກ

    ບໍ່ໄດ້ກໍດີ ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຕ່າງໆ ທີ່ວາງອອກຢ່າງເຂັ້ມງວດ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ, ລ້າງມືໃສ່ເຈວ ທີ່ມີສ່ວນປະສົມທາດເຫລົ້າ ຫລື ສະບູ, ໃສ່ຜ້າອັດປາກ-ດັງ, ຫ້າມບໍ່ໃຫ້ມີການຊຸມແຊວ ແລະ ຖ້າບໍ່ຈຳເປັນກໍໃຫ້ຢູ່ເຮືອນ ເພື່ອຫລຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ຫລື ແຜ່ ເ ຊ ື ້ ອ ໂ ຄ ວ ິ ດ.

    ຂ່າວ-ພາບ: ສິງຄຳ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.