ໄຟຟ້າລາວ ສົ່ງເສີມການນຳໃຊ້ ລົດໄຟຟ້າ ຈັດຊື້ 5 ຄັນ ມາຮັບໃຊ້ວຽກງານ

    0
    795

    ໃນວັນທີ 25 ພຶດສະພາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 1 ສໍານັກງານໃຫຍ່ ຟຟລ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເພື່ອເຈລະຈາສັນຍາຈັດຊື້ລົດໄຟຟ້າຈຳນວນ 5 ຄັນ ໂດຍມີ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍໃຫຍ່ ຟຟລ  ແລະ ອ້າຍນ້ອງພະນັກງານເຂົ້າຮ່ວມ.ລົດໄຟຟ້າ 4 ຄັນ ແມ່ນຈະນໍາໃຊ້ເຂົ້າໃນວຽກງານບໍລິຫານ

    ໃນສໍານັກງານໃຫຍ່ ແລະ ອີກ 1 ຄັນ ມອບໃຫ້ຝ່າຍຈຳໜ່າຍ (ນະຄອນຫຼວງ) ລົດດັ່ງກ່າວແມ່ນຈັດຊື້ນຳບໍລິສັດ GB mortor ລຸ້ນ MG EZS (SUV) ຈຳນວນ 2 ຄັນ ແລະ ບໍລິສັດ ໂມກ ຈຳກັດ ລຸ້ນ BYD E2 (SEDAN) ຈຳນວນ 3 ຄັນ.ການຈັດຊື້ລົດໄຟຟ້າໃນຄັ້ງນີ້ ແມ່ນເປັນການລິເລີ່ມນໍາໃຊ້ລົດໄຟຟ້າໃຫ້ມີປະສິດຕິພາບ

    ສູງສຸດ ພ້ອມກັບເປັນການປະຊາສໍາພັນສົ່ງເສີມການນຳໃຊ້ລົດໄຟຟ້າ ໃຫ້ກັບ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທົ່ວໄປໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນປະໂຫຍດຂອງລົດໄຟຟ້າ.ພ້ອມກັນນັ້ນ, ຍັງເປັນການສົ່ງເສີມໃຫ້ໝູນໃຊ້ທ່າແຮງດ້ານພະລັງງານໄຟຟ້າ ພາຍໃນປະເທດ ທີ່ມີຢູ່ຢ່າງມະຫາສານ. ການນໍາ

    ໃຊ້ລົດໄຟຟ້າ ແມ່ນບໍ່ມີມົນລະຜິດທາງອາກາດ, ເປັນຜົນດີຕໍ່ສິ່ງແວດລ້ອມ, ປະຊາຊົນມີສຸຂະພາບດີ ເປັນການສົ່ງເສີມການພັດທະນາແບບຍືນຍົງ ສີຂຽວ ແລະ

    ສອດຄ່ອງກັບແຜນຍຸດທະສາດຂອງ ສປປ ລາວ ຮອດປີ 2030 ກໍຄືຫຼຸດຜ່ອນການປ່ອຍມົນລະຜິດຈາກຍານພາຫະນະ. ການສະໜອງລົດຂອງບໍລິສັດຜູ້ສະໜອງ ຈະມອບລົດໃຫ້ ຟຟລ ພາຍໃນ 5 ມື້ ຫຼັງຈາກທີ່ທັງສອງຝ່າຍໄດ້ລົງນາມໃນສັນຍາຈັດຊື້, ຄາດວ່າຈະມອບລົດຢ່າງເປັນທາງການພາຍໃນຕົ້ນເດືອນມີຖຸນາ 2021 ນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.