ລັດວິສາຫະກິດໄຟຟ້າລາວ ແຈ້ງການບັນຫາໄຟຕົກ ໄຟບໍ່ພໍໃນບາງຂົງເຂດ

    0
    770

    ລັດວິສາຫະກິດໄຟຟ້າລາວ ຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າຊາບວ່າ: ເນື່ອງຈາກ, ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ຈະໄດ້ມີການລົງກວດກາວັດແທກໂຫລດ ແລະ ແຮງດັນປາຍສາຍ, ການແບ່ງໂຫລດ (Load Balance) 0,4 kV ຄືນ ເພື່ອປ້ອງກັນໝໍ້ແປງໄໝ້. ພ້ອມທັງ, ສໍາຫລວດຂົງເຂດໝູ່ບ້ານພາຍໃນນະຄອນຫລວງ

    ວຽງຈັນ ທີ່ມີບັນຫາໄຟຕົກ-ໄຟມອດຫລາຍ. ດັ່ງນັ້ນ, ຈື່ງຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າທຸກທ່ານ ໃນທຸກຂົງເຂດໝູ່ບ້ານພາຍໃນນະຄອນຫລວງວຽງຈັນ ຫາກພົບບັນຫາໄຟຕົກ ຫລື ໄຟບໍ່ພໍ ສາມາດແຈ້ງຂໍ້ມູນໃຫ້ ລັດວິສາຫະກິດໄຟຟ້າລາວ ຜ່ານສາຍດ່ວນ Call Center 1199 ເພື່ອເປັນຂໍ້ມູນໃນການປັບປຸງ ແລະ ເສີມໝໍ້ແປງໃນຈຸດຕ່າງໆ.ໂດຍ: ລັດວິສາຫະກິດໄຟຟ້າລາວ ຫາກທ່ານໃດສອບຖາມເຂົ້າມາຜ່ານທາງຂໍ້ຄວາມເພສລົບກວນໂທແຈ້ງຫລືສອບຖາມເພີ່ມຕື່ມໂດຍຕົງໄດ້ໂດຍຜ່ານທາງສາຍດ່ວນ1199


    ລັດວິສາຫະກິດໄຟຟ້າລາວ ແຈ້ງການບັນຫາໄຟຕົກ ໄຟບໍ່ພໍໃນບາງຂົງເຂດ


    ລັດວິສາຫະກິດໄຟຟ້າລາວ ແຈ້ງການບັນຫາໄຟຕົກ ໄຟບໍ່ພໍໃນບາງຂົງເຂດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.