ກະຊວງສາທາລະນະສຸກຍັງຄົງຢືນຢັນຕາມເດີມບໍ່ອະນຸຍາດໃຫ້ປະຊາຊົນລາວນຳເຂົ້າ ແລະຈຳໜ່າຍເຄື່ອງກວດໂຄວິດແບບໄວ ທີ່ຊື້ເຄື່ອງມາແລ້ວກວດເອງຢູ່ເຮືອນ ພ້ອມຢ້ຳໃຫ້ກວດຜ່ານຫ້ອງວິເຄາະເທົ່ານັ້ນ ຖ້າຫາກວ່າໃຊ້ລະບົບນັ້ນສ່ຽງທີ່ຜູ້ຕິດເຊື້ອອາດໄປແຜ່ເຊື້ອຕໍ່ແບບບໍ່ຮູ້ໂຕ.ອີງໃສ່ຄໍາສັ່ງຂອງລັດຖະມົນຕີ ກະຊວງສາທາລະນະສຸກ
ເລກທີ 0246, ລົງວັນທີ 03 ມີນາ 2020, ກະຊວງສາທາລະນະສຸກຍັງບໍ່ອະນຸຍາດໃຫ້ບຸກຄົນ ຫຼື ນິຕິບຸກຄົນນຳເຂົ້າ ແລະ ຈຳໜ່າຍເຄື່ອງກວດພະຍາດໂຄວິດ-19 ແບບໄວ ຫຼື Rapid test. ການກວດຫາພະຍາດໂຄວິດ-19 ທີ່ດີທີ່ສຸດໃນຕອນນີ້ ແມ່ນຕ້ອງຜ່ານຫ້ອງວິເຄາະທີ່ມີນັກຊ່ຽວຊານ ແລະ ເຄື່ອງວິເຄາະທີ່ໃຫ້ຜົນຖືກຕ້ອງ ແລະ ຊັດເຈນສູງ.Rapid test ແມ່ນມີຫຼາຍຊະນິດໃນຕະຫຼາດ ແຕ່ຄວາມສາມາດກວດພົບເຊື້ອແມ່ນຍັງບໍ່ສູງ ຖ້າຜົນກວດເປັນລົບ ຜູ້ນຳໃຊ້ອາດເຂົ້າໃຈ
ວ່າຕົນເອງບໍ່ຕິດເຊື້ອ ແລ້ວກໍຈະບໍ່ໄດ້ຮັບການປິ່ນປົວໄວແຕ່ຫົວທີ ແລ້ວກໍພາກັນໄປແຜ່ເຊື້ອຕໍ່ໂດຍບໍ່ຮູ້ໂຕ. ຖ້າເກັບຕົວຢ່າງບໍ່ຖືກວິທີ, ເກັບຕົວຢ່າງແລ້ວຖີ້ມຂີ້ເຫຍື້ອທາງການແພດຊະຊາຍ, ອ່ານຜົນກວດບໍ່ເປັນ ກໍຈະສ້າງຄວາມສັບສົນຕໍ່ຜູ້ນຳໃຊ້ ແລະ ສ້າງຄວາມຫຍຸ້ງຍາກຕໍ່ການຄວບຄຸມການລະບາດ.Rapid test ທີ່ມີການ
ໂຄສະນາຂອງທາງອອນລາຍນັ້ນກໍບໍ່ໄດ້ຮັບການຮັບຮອງຈາກອົງການອະນາໄມໂລກ ກໍຍິ່ງມີຄວາມສ່ຽງໃນການອອກຜົນຜິດພາດ ເຊິ່ງອາດຈະສ້າງບັນຫາເພີ່ມຂຶ້ນ. ຂໍໃຫ້ບັນດາທ່ານທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ, ກຸ່ມສ່ຽງ ແລະ ຜູ້ທີ່ມີອາການສົງໄສຈົ່ງໄປກວດຫາເຊື້ອຢູ່ຈຸດທີ່ໄດ້ກຳນົດໄວ້. ຢ່າຫຼົງເຊື່ອການໂຄສະນາ ແລະ ຂໍ້ມູນທີ່ບໍ່ມີຄວາມຈິງ.