ຂະໜາດນີ້ພຸ້ນບໍ? ຄູ່ຮັກໝໍຊາວອິນເດຍ ເໝົາຍົນເຮັດດອງຢູ່ກາງອາກາດ ເພື່ອໜີຂໍ້ກໍານົດລັອກດາວຫ້າມຊຸມນຸມ

    0
    400

    ນັບວ່າເປັນອີກຂ່າວທີ່ສ້າງຄວາມຮືຮ່ໃຫ້ກັບໂລກອອນລາຍອີກແລ້ວ ເມື່ອຄູ່ຮັກໝໍຊາວອິນເດຍ ໄດ້ເຊົ່າເໝົາຍົນເພື່ອຈັດງານແຕ່ງຢູ່ເທິງຟ້າ ດ້ວຍເຫດຜົນສຸດມຶນ ເພື່ອຫຼີກລຽງຂໍ້ກຳນົດການລ໋ອກດາວຫ້າມຊຸມນຸມ.

    ໃນຊ່ວງເຄີຟິວຈາກການລະບາດຂອງພະຍາດໂຄວິດ-19 ຄູ່ຮັກຫຼາຍແສນຄູ່ ຕ້ອງຍົກເລີກງານແຕ່ງ ແລະ ເລື່ອນອອກໄປ ແຕ່ມີຄູ່ຮັກໃນລັດທມິນາທູ ລົງທຶນເຊົ່າຍົນບິນ 2ຊົ່ວໂມງ ຖ້ຽວບິນຈາກ ມະທຸໄຣໃນທະມິນາທູ ບິນຂຶ້ນແຕ່ງງານຢູ່ເທິງຟ້າ ບິນໄປ-ກັບເພື່ອຫຼີກລ່ຽງຄໍາສັ່ງການຊຸມນຸມລັອກດາວຫ້າມຊຸມນຸມ.

    ເຊິ່ງໃນຖ້ຽວບີນມີແຂກພ້ອມຍາດພີ່ນ້ອງ 161ຄົນ ທຸກຄົນໄດ້ຮັບການກວດຄັດກອງແບບ RT-PCR  ແລ້ວ ຈຶ່ງຂຶ້ນຍົນບິນຢູ່ເທິງຟ້າ ເຊິ່ງວີດີໂອ ແລະ ພາບງານແຕ່ງດັ່ງກ່າວ ກໍາລັງໄດ້ຮັບຄວາມສົນໃຈໃນໂຊຊຽວອິນເດຍ ຫຼາຍຄົນຕ່າງສະແດງຄວາມຍິນດີ ແຕ່ຫຼາຍຄົນກໍ່ບອກວ່າເປັນການລະເມີດກົດຫຼືບໍ່?

    ທັ້ງນີ້ ງານດອງເທິງຍົນດັ່ງກ່າວຈັດຂຶ້ນເວລາ 7:00ໂມງ ຂອງວັນທີ 23 ພຶດສະພາທີ່ຜ່ານມາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.