ຂປລ.ພາຍຫລັງທີ່ແຂວງອັດຕະປື ໄດ້ສືບຕໍ່ປະຕິບັດຄໍາສັງ 15/ນຍ ມາເປັນໄລຍະໜຶ່ງ ເຫັນວ່າທຸກພາກສ່ວນສັງຄົມພາຍໃນແຂວງ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ເຮັດໃຫ້ພາຍໃນແຂວງ ຍັງບໍ່ທັນພົບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19. ດັ່ງນັ້ນ, ທາງຄະນະສະເພາະກິດ ເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ຂັ້ນແຂວງ ຈຶ່ງໄດ້ອອກແຈ້ງການສະ ບັບເລກທີ 104/ຄສກ, ລົງວັນທີ 23 ພຶດສະພາ 2021 ເພື່ອຜ່ອນຜັນມາດຕະ
ການ ໃນການປ້ອງກັນພະຍາດ ໂຄວິດ 19, ແຕ່ວັນທີ 23 ພຶດສະພາ ຫາວັນທີ 5 ມິຖຸນາ2021 ເຊິ່ງປະກອບມີ 4 ມາດຕະການສໍາຄັນ ຄື: ອະນຸຍາດໃຫ້ບຸກ ຄົນເຄື່ອນໄຫວເຂົ້າ-ອອກ ພາຍໃນແຂວງໄດ້ ເຊັ່ນ: ການເຂົ້າ-ອອກລະຫວ່າງເມືອງຕໍ່ເມືຶອງ ແລະ ບ້ານຕໍ່ບ້ານ, ພ້ອມທັງໃຫ້ຍຸດການຕັ້ງດ່ານກວດກັ່ນກອງ ລະຫວ່າງ ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ໂດຍມອບໃຫ້ຄະນະສະເພາະກິດຂັ້ນເມືອງ ອົງການປົກຄອງບ້ານມີການຕິດຕາມ, ໃຊ້ມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມຢ່າງ
ເຂັ້ມງວດ; ຖ້າບໍ່ມີຄວາມຈໍາເປັນແທ້ບໍ່ຢາກໃຫ້ອອກມາເຄື່ອນໄຫວໄປ-ມາ. ສໍາລັບຮ້ານອາຫານທົ່ວໄປເຊັ່ນ: ຮ້ານອາຫານທີ່ເປັນຫ້ອງປິດ-ຫ້ອງເປີດໂລ່ງ,ຮ້ານຂາຍຂອງກິນສຸກ ຮ້ານຂາຍເຝີ, ເຂົ້າປຽກ-ເຂົ້າປຸ້ນ,ຮ້ານກາເຟ, ຮ້ານເສີມສວຍ, ຮ້ານຕັດຜົມ,ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ ທີ່ຂາຍສົ່ງ- ຂາຍຍ່ອຍ,ສະຖານທີ່ສັກກາລະບູຊາຕ່າງໆ ພາຍໃນແຂວງ ແມ່ນໃຫ້ເປີດບໍລິການປົກກະຕິ, ແຕ່ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການຕ້ອງໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ
ໂດຍການຮັກສາໄລຍະຫ່າງ 1-2 ແມັດ, ມີອ່າງລ້າງມື ຫລື ເຈວລ້າງມື ໃສ່ຜ່າອັດປາກ-ດັງ ແລະ ມາດຕະການອື່ນໆ; ອະນຸຍາດໃຫ້ເປີດການຮຽນ-ການສອນ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ໂຮງຮຽນປະຖົມສຶກສາປີທີ 5, ໂຮງຮຽນມັດທະຍົມສຶກສາປີທີ 4, ປີທີ 7 ໂດຍມອຍໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ສະຖານການສຶກ ສາແຕ່ລະແຫ່ງກະກຽມຈັດການຮຽນ-ການສອນປົກກະ ຕິ, ແຕ່ກ່ອນຈະເຂົ້າຮຽນທຸກໆສະຖານທີ່ຕ້ອງໄດ້ຜົ່ນຢາຂ້າເຊື້ອ ແລະ ໃນໄລຍະການຮຽນໃຫ້
ຈັດລະບົບການປ້ອງກັນ ແລະ ຄວບຄຸມພະຍາດເຊັ່ນ: ມີການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ 1-2 ແມັດຂື້ນໄປ,ໃສ່ຜ່າປິດປາກ-ດັງ,ລ້າງມີໃສ່ສະບູ ຫລື ເຈວລ້າງມື. ສໍາລັບການເລື່ອນຂັ້ນຊັ້ນສາມັນສຶກສານອກຈາກ ປ5, ມ4 ແລະ ມ7, ແມ່ນມອບໃຫ້ພະແນກສຶກສາ ແລະ ກິລາແຂວງ ເປັນຜູ້ກໍານົດການຈັດຕັ້ງປະຕິບັດຕາມລະບຽບຫລັກການຂອງກະຊວງສຶກສາທິ ການ ແລະ ກິລາວາງອອກ; ອະນຸຍາກໃຫ້ອອກກໍາລັງກາຍ, ຫລິ້ນກິລາ ໄດ້ບາງປະເພດຄື: ຍ່າງອອກກໍາລັງກາຍ, ຂີ່ລົດ ຖີບ, ຟິດເນັດ, ສໍາັລຟິດເນັດມອບໃຫ້ເຈົ້າຂອງດໍາເນີນກິດ ຈະການປະຕິບັດມາດຕະການໃນການປ້ອງກັນ ແລະ ຄວບ ຄຸມພະຍາດ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.