ໃນວັນທີ່ 20.5.2021 ໃນໂລກອອນໄລເຟສ ມີສາວຄົນຫນຶ່ງເລົ່າວ່າ ເຕືອນແມງຫຍັງບໍ່ຮູ້ ໃຜຮູ້ແດ່ໂຕຫຍັງນີ້ ກັດຂ້ອຍເກືອບຕາຍຍ້ອນແພ້ພິດມັນແຮງ ຕຸ່ມແພ້ໄຂ່ຂື້ນຫນ້າແລະຫມົດຕົນໂຕ ຫາຍໃຈຝືດແຫນ້ນເອິກ ລະວັງເດີທຸກຄົນ
ແມງໄມ້ປະເພດນີ້ ຫລາຍຄົນເອີ້ນແມງ ໄຍ ມີພິດຮ້າຍແຮງ ໃນຕະກູນດຽວ ກັບເຜີ້ງຕໍ່ແຕນ ເວລາຕອດຈະປວດທໍລະມານ ແລະເກີດອາການຟົກບ່ວມ ຕ້ອງໄດ້ສັກຢາລະລາຍພິດ ຂອງມັນ
ມີສະຕິ ກັບແມງໄມ້ ຢ່າຄິດວ່າມັນເປັນມິດ ບາງທີອາດເປັນພິດທຳລາຍຊີວິດເຮົາ