ໄດ້ແລ້ວຜູ້ໂຊກດີ​ ຄັ້ງທີ 2​ ​ຈາກກິດຈະກຳສັກວັກຊີນລຸ້ນໂຊກ 500.000​ ກີບ​ ຂອງບໍລິສັດບິກບລູ ຮ່ວມກັບ ເພຈ໌ອິນໄຊລາວ

    0
    731

    ໃນຕອນເຊົ້າວັນທີ​ 24​ ພຶດສະພາ​ 2021​ ນີ້​ ບໍລິສັດ ບິກບລູ ເອເຈນຊີ ຮ່ວມກັບ ເພຈ໌​ອິນໄຊລາວ ໄດ້ຈັດກິດຈະກຳ ສັກວັກຊີນລຸ້ນຮັບໂຊກ​ ຄັ້ງທີ 2 ໂດຍມີການ Live ສົດຜ່ານຊ່ອງທາງອອນລາຍຂອງເພຈ໌: ອິນໄຊລາວ (InsideLaos)​ ໂດຍໃຊ້ໂປຣແກຣມສຸ່ມລາຍຊື່ຜູ້ໂຊກດີ ຈາກຜູ້ເຂົ້າຮ່ວມກິດຈະກຳ​ ທີ່ສົ່ງຂໍ້ມູນຕາມກະຕິກາຄົບຖ້ວນ ແລະ​ ຈາກຜົນການສຸ່ມເລືອກປະກົດວ່າຜູ້ໂຊກດີ ຄັ້ງທີ​ 2​ ຫຼື​ ຄົນທີ​ 2​ ແມ່ນ​ ທ່ານ ນາງ ຄຳຫຼ້າ ພັດທະນາວົງ ປັດຈຸບັນຢູ່ ບ້ານ ໂພນໄຊ,​ ເມືອງໄຊຍະບູລີ,​ ແຂວງໄຊຍະບູລີ.​

    ສ່ວນການມອບລາງວັນ ຫຼັງຈາກທີ່ມີການກວດສອບຜູ້ໂຊກດີ ຕາມກະຕິກາ ທາງບໍລິສັດໄດ້ມີການໂອນເງິນລາງວັນ ຄັ້ງທີ 2 ມູນຄ່າ 500.000 ກີບ ໃຫ້ຜູ້ໂຊກດີຜ່ານລະບົບບັນຊີທະນາຄານ​ ແລະ​ ທາງບໍລິສັດຈະມີການຈັບລາງວັນອີກ 2 ລາງວັນ​ ໃນວັນທີ​ 26​ ແລະ​ 28​ ພຶດສະພາ​ 2021​ ນີ້.​ ພ້ອມຈະຈັດກິດຈະກຳແບບນີ້ຕື່ມອີກ ຖ້າວັກຊີນມາຊຸດໃໝ່.​

    ທ່ານ ສັນທະລັກ ຈ່າສານ​ ປະທານບໍລິສັດ ບິກບລູ ເອເຈນຊີ​ ກ່າວວ່າ: ເງິນລາງວັນ​ ທີ່ນຳມາຈັດກິດຈະກຳນີ້​ ແມ່ນເປັນເງິນຂອງບໍສັດພວກເຮົາເອງ ແລະ​ ປົກກະຕິທາງບໍສັດ ກໍ່ໄດ້ມີການຈັດກິດຈະກຳເພື່ອສັງຄົມມາໂດຍຕະຫຼອດຕັ້ງແຕ່ປີ 2019 ເຮົາໄດ້ມີການນຳຜ້າແບນເນີເກົ່າໄປເຮັດບ້ານໃຫ້ຜູ້ທຸກຍາກ ທີ່ເມືອງສັງທອງ ແລະ ລ້ຽງອາຫານໃຫ້ກັບສະມາຄົມຄົນພິການ,​ ໃນປີ 2020 ເຮົາໄດ້ເຮັດຕູ້ປັນສຸກ 2 ຕູ້ ໂດຍເຮົາເປັນຄົນທຳອິດທີ່ລິເລີ່ມ ແລະ ໃນປີ​ 2021​ ນີ້ ຄົບຮອບ 15 ປີ ຂອງບໍລິສັດ​ ພວກເຮົາແນເຫັນຄວາມສໍາຄັນຂອງການສັກຢາວັກຊິນ​ ຈຶ່ງໄດ້ຈັດໂຄງການນີ້ຂຶ້ນມາ.​

    ທ່ານສາມາດ​ຕິດຕາມກິດຈະກຳເຕີມຕື່ມໄດ້ທີ່​ເພຈ໌​ #InsideLaos​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.