ປາດໂທ! ໄທຈັບແກ້ງຄ້າມະນຸດ ຂົນຊາວຕ່າງຊາດຂ້າມແດນ 42ຄົນອັດແໜ້ນໃນລົດຕູ້ 2ຄັນ ໄຄແຕ່ບໍ່ມີຄົນລາວຢູ່ນໍາ

    0
    169

    ຕໍ່ກັບສະພາບການລະບາດຂອງພະຍາໂຄວິດ-19ທີ່ເປັນຢູ່ ບໍ່ສະເພາະແຕ່ປະເທດເຮົາທີ່ພົບສະຖານະການໜ້າເປັນຫ່ວງແບບນີ້ ແຕ່ປະເທດເພື່ອນບ້ານເຮົາ ໂດຍສະເພາະແມ່ນປະເທດໄທ ຍິ່ງໜັກໜ່ວງ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ ເປັນຮ້ອຍເປັນພັນໃນແຕ່ລະມື້.

    ແຕ່ຕໍ່ກັບສະພາບການທີ່ເປັນຢູ່ ກໍ່ຍັງມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ໂດຍສະເພາະແມ່ນການລັກລອບເຂົ້າມາຂອງຄົນຕ່າງແດນ ໂດຍໄດ້ການເຊື່ອເຫຼືອ ພາລັກເຂົ້າມາຈາກຄົນພາຍໃນປະເທດ.

    ຫຼ້າສຸດ ເຈົ້າໜ້າທີ່ສາມາດຈັບຕົວກຸ່ມແກ້ງຄ້າມະນຸດທີ່ລັກລອບນໍາແຮງງານເຂົ້າມາແບບຜິດກົດໝາຍຈໍານວນ 42 ຄົນ ອັດແໜ້ນໃນລົດຕູ້ 2ຄັນ ຢູ່ຈັງຫວັດຊຽງລາຍ ປະເທດໄທ ເຊິ່ງຈັບໄດ້ຢູ່ເຂດຊາຍແດນໄທ-ມຽນມາ.

    ແນວໃດກໍ່ຕາມ ການກະທໍາດັ່ງກ່າວແມ່ນຜິດກົດໝາຍ ແລະ ເປັນຄວາມສ່ຽງທີ່ຈະນໍາພາເຊື້ອພະຍາດໂຄວິດ-19 ສາຍພັນອື່ນເຂົ້າມາລະບາດໃນປະເທດ.

    ທັ້ງນີ້ທັ້ງນັ້ນ ແອັດເຫັນວ່າຂ່າວນີ້ ສາມາດເປັນສິ່ງເຕືອນສະຕິ ແລະ ເປັນຕົວຢ່າງໃຫ້ກັບຄົນທີ່ຄິດຈະລັກລອບເຂົ້າມາປະເທດ ຫຼື ຜູ້ທີ່ຈະນໍາພາແຮງງານຕ່າງດ້າວເຂົ້າມາແບບຜິດກົດໝາຍ ຫາກທ່ານບໍ່ປະຕິບັດຕາມມາຕະການທີ່ລັດຖະບານວາງອອກ ກໍ່ຈະຕ້ອງໄດ້ຮັບໂທດຕາມກົດໝາຍຄືກັບປະເທດເພື່ອນບ້ານຂອງເຮົາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.