ອ່ານດ່ວນ ບຸກຄົນໃດທີ່ຕ້ອງການເດີນທາງ ເຂົ້າ-ອອກ ນວ ຕ້ອງມີໃບອະນຸຍາດດັ່ງນີ້

    0
    1009

    ໃນວັນທີ 23 ພຶດສະພາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະສະເພາະກິດ ນວ ໄດ້ຖະແຫຼງກ່ຽວກັບ ແຈ້ງການທີ 2 ສະບັບເລກທີ 009/ສພກ.ນວ, ລົງວັນທີ 21 ພຶດສະພາ 2021 ກ່ຽວກັບເງື່ອນໄຂການອະນຸຍາດໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ຢູ່ນະຄອນຫຼວງວຽງຈັນ ເດີນທາງເຂົ້າ – ອອກ ນະຄອນຫຼວງວຽງຈັນ ແຕ່ວັນທີ 21 ພຶດສະພາ ຫາ 04 ມິຖຸນາ 2021 ແມ່ນມີເນື້ອໃນ

    ຕົ້ນຕໍດັ່ງນີ້:1. ພະນັກງານຂອງລັດ: ພະນັກງານລັດຂັ້ນສູນກາງ: ໃຫ້ນຳໃຊ້ຂໍ້ຕົກລົງແຕ່ງຕັ້ງຂອງກະຊວງ-ອົງການຂອງຕົນ ໃຫ້ໄປປະຕິບັດໜ້າທີ່ ຢູ່ຕ່າງແຂວງ, ບໍ່ຈຳເປັນຂໍໃບອະນຸຍາດຈາກຄະນະສະເພາະກິດ.ກຳລັງ ປກຊ-ປກສ: ໃຫ້ນຳໃຊ້ຂໍ້ຕົກລົງແຕ່ງຕັ້ງຂອງກະຊວງ ປກຊ-ປກສ ໃຫ້ໄປປະຕິບັດໜ້າທີ່ຢູ່ຕ່າງແຂວງບໍ່ຈຳເປັນຂໍໃບອະນຸຍາດຈາກຄະນະສະເພາະກິດ; ພະນັກງານລັດຂັ້ນທ້ອງຖິ່ນ: ໃຫ້ມີໃບສະເໜີຈາກພະແນກການ, ອົງການຕົນ ເພື່ອຂໍໃບອະນຸມັດນໍາພະແນກສາທາລະນະສຸກ ຫຼື

    ຄະນະສະເພາະກິດ ນະຄອນຫຼວງວຽງຈັນ; ພະນັກງານວິສາຫະກິດ: ໃຫ້ ມີໃບສະເໜີຈາກລັດວິສາຫະກິດຂອງຕົນ ເພື່ອຂໍໃບອະນຸມັດນໍາພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ; ນັກບວດ: ໃຫ້ມີໃບສະເໜີຈາກວັດ, ໂບດຂອງຕົນ ເພື່ອຂໍອະນຸມັດຈາກພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ; ປະຊາຊົນ: ໃຫ້ມີໃບສະເໜີຂອງຕົນໂດຍຜ່ານອົງການປົກຄອງບ້ານ ເພື່ອຂໍໃບອະນຸມັດນຳພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ; ນັກການທູດ, ຊ່ຽວຊານ, ວິຊາການ ຈາກອົງການຈັດຕັ້ງສາກົນ: ໃຫ້ມີໃບສະເໜີຈາກສະຖານ ທູດ ຫຼື ອົງການຂອງຕົນ ເພື່ອຂໍອະນຸມັດຈາກ

    ຄະນະສະເພາະກິດ ສູນກາງ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ; ຄົນດ້າວ, ຊາວຕ່າງປະເທດ: ໃຫ້ມີໃບສະເໜີຂອງຕົນ ເພື່ອຂໍໃບອະນຸມັດນຳພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ; ຂະບວນລົດຜູ້ນຳ, ລົດສະຫຼາມ, ລົດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ, ລົດຂົນສົ່ງສິນຄ້າ, ຂົນສົ່ງໂຄງການ ແລະ ເຄື່ອງຮັບໃຊ້ການຜະລິດ ສາມາດເຂົ້າ-ອອກໄດ້ໂດຍບໍ່ຈຳເປັນຂໍອະນຸຍາດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ກຳນົດໄວ້.

    ບໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ເດັດຂາດ: ບຸກຄົນທີ່ຢູ່ບ້ານແດງ,ບຸກຄົນສຳຜັດໃກ້ຊິດກັບຜູ້ຕິດເຊື້ອຈາກພະຍາດ ໂຄວິດ-19, ບຸກຄົນທີ່ຖືກຈຳກັດບໍລິເວນ ແລະ ບຸກຄົນທີ່ປິ່ນປົວຫາຍດີ ທີ່ບໍ່ໄດ້ຈຳກັດບໍລິເວນຄົບ 14 ມື້; ເນື້ອໃນຕົ້ນຕໍຂອງໃບສະເໜີ ຂໍອະນຸຍາດເຂົ້າ-ອອກ ນະຄອນຫຼວງວຽງຈັນ: ຊື່ ແລະ ນາມສະກຸນ, ຈຸດປະສົງການເດີນທາງ (ເສຍຊີວິດ, ເຈັບເປັນ, ກັບພູມລຳເນົາ, ປະຕິບັດໜ້າທີ່ທາງການ,ໂຄງການ, ການຜະລິດ), ຈຸດໝາຍປາຍທາງຂອງການເດີນທາງ (ບ້ານ, ເມືອງ, ແຂວງ), ພາຫະນະ (ຍີ່ຫໍ້ລົດ, ປະເພດລົດ, ສີລົດ, ເລກທະບຽນລົດ), ເອກະສານປະກອບທີ່ຈຳເປັນ ເຊັ່ນ: ສຳເນົາບັດປະຈຳນວນ, ປື້ມສຳມະໂນຄົວ, ໃບຢັ້ງຢືນທີ່ຢູ່, ພາສປອດ ຫຼື ຂໍ້ຕົກລົງແຕ່ງຕັ້ງໄປວຽກທາງການ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.