ການນໍາເມືອງພີນລົງຢ້ຽມຢາມ ແລະ ມອບເຄື່ອງ ຊ່ວຍເຫລືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນ 3 ບ້ານ

    0
    635

    ການນໍາເມືອງພີນລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນ 3 ບ້ານ ຂປລ. ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ, ທ່ານ ສາລີ ວິນລາວັນ ເຈົ້າເມືອງພີນ ພ້ອມບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະຊີ້ນໍາກຸ່ມບ້ານ ແລະ ຄະນະ

    ຊີ້ນໍາຕ້ານໄພພິບັດຂັ້ນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫລືອບັນເທົາທຸກໃຫ້ 3 ບ້ານ ທີ່ຂຶ້ນກັບກຸ່ມບ້ານທີ 11 ຄື: ບ້ານໂນນໄຊ ມີ 61ຄອບຄົວ, ບ້ານກະແມບເຊ ມີ

    108 ຄອບຄົວ ແລະ ບ້ານສົບບອນ ມີ 55 ຄອບຄົວ. ສຳລັບເຄື່ອງຊ່ວຍເຫລືອທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຂົ້າສານ 100 ເປົາ (ເປົາລະ 20 ກິໂລ), ປ່ອງປາ 423 ປ່ອງ, ເຄື່ອງບໍລິໂພກ-ອຸປະໂພກ 62 ຖົງ, ເຄື່ອງນຸ່ງຫົ່ມ 72 ຖົງ ແລະ ຢາປົວພະຍາດຈໍານວນໜຶ່ງ.ໂອກາດລົງຢ້ຽມຢາມພົບປະພໍ່ແມ່ປະຊາຊົນ 3 ບ້ານ

    ດັ່ງກ່າວ, ທ່ານເຈົ້າເມືອງພີນ ກໍໄດ້ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນ ໄປສັກຢາວັກຊີນຕ້ານໂ ຄ ວ ິ ດ ແລະ ເບິ່ງແຍງສຸຂະພາບຕົນເອງໃຫ້ດີ. ນອກນີ້, ຍັງໄດ້ຊອກຫາວິທີທາງແກ້ໄຂຮ່ວມກັບ ກັບພໍ່ແມ່ປະຊາຊົນໃນການກຽມພ້ອມຮັບມືກັບສະພາບນໍ້າຖ້ວມ ທີ່ອາດຈະເກີດຂຶ້ນອີກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.