ຄະນະສະພາການຄ້າຫູໜານ ມອບເງິນ ປະກອບສ່ວນ ສະກັດກັ້ນ ພ ະ ຍ າ ດ ໂ ຄ ວ ິ ດ ຢູ່ນະຄອນ ໄກສອນ ພົມວິຫານ ຂປລ. ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຄະນະສະພາການຄ້າຫູໜານ ປະຈຳແຂວງສະຫວັນນະເຂດ, ໄດ້ມອບເງິນ ຈຳນວນ 10 ລ້ານກີບ ແລະ ນ້ຳດື່ມ 200
ແພັກ ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ສະກັດກັ້ນ ແລະຄວບຄຸມການແຜ່ລະບາດ ຂອງພະຍາດ ໂ ຄ ວ ິ ດ ນະຄອນ ໄກສອນ ພົມວິຫານ. ກ່າວຮັບໂດຍ
ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມ ແລະ ຕາງໜ້າມອບໂດຍ ທ່ານ ອາປິ່ງ ຄະນະສະການຄ້າຫູໜານປະຈຳແຂວງ ພ້ອມດ້ວຍ
ຄະນະ.ໃນຕອນບ່າຍຂອງວັນດຽວກັນ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກ ສອນ ພົມວິຫານ ກໍໄດ້ຮັບນ້ຳດື່ມຈຳນວນ 50 ແພັກ ແລະ ຜ້າອັດປາກ-ດັງ 5 ໂຮງງານນ້ຳດື່ມພາສຸກ ການົກອິນຊີຂາວ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ ໂ ຄ ວ ິ ດ ຕື່ມອີກ.