ລາຍລະອຽດ 4 ຫ້ອງແຖວ ເປັນຈຸດສ່ຽງ ທີ່ ຜ ູ ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ມີປະຫວັດ ເດີນທາງໄປສຳພັດ

    0
    596

    ຈາກຕົວເລກມີຜູ້ຕິດເຊື້ອ ຈຳນວນ 19 ຄົນ ໃນວັນທີ 23 ພຶດສະພາ 2021 ໃນນັ້ນຢູ່ນະຄອນຫຼວງວຽງຈັນ 4 ຄົນ; ຢູ່ສະຫວັນນະເຂດ 5 ຄົນ, ຈຳປາສັກ 5 ຄົນ ແລະ ແຂວງຄຳມ່ວນ 5 ຄົນ. ສະເພາະຈຳນວນ 4 ຄົນທີ່ຕິດເຊື້ອນັ້ນ ມີປະຫວັດການເດີນທາງໄປສະຖານທີ່ຕ່າງໆເຊັ່ນ: ຫ້ອງແຖວບ້ານໂນນຫວາຍ ໜ່ວຍ 34

    ຮ່ອມ 7 ເມືອງໄຊເສດຖາ (ຜູ້ຕິດເຊື້ອອາໄສຢູ່); ຫ້ອງແຖວບ້ານທາດຫຼວງໃຕ້ ຮ່ອມຫຼັງທາດ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 16 ພຶດສະພາ); ຫ້ອງແຖວບ້ານເມືອງນ້ອຍ, ຮ່ອມ 5 ຫຼັງໂຮງຮຽນກົດໝາຍ ເມືອງໄຊເສດຖາ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 17-18 ພຶດສະພາ); ຫ້ອງແຖວບ້ານດົງຄຳຊ້າງ ຕິດກັບຮ່ອມ 10 ເສັ່້ນທາງ

    ໃຫ່ຍໂຮງຮຽນການເງິນດົງຄຳຊ້າງ ເມືອງ ໄຊເສດຖາ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 19 ພຶດສະພາ).ທັງໝົດຄົນເຈັບຕິດເຊື້ອໃໝ່ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສໍາຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.