ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂ ຄ ວ ິ ດ ໃນປະເທດລາວ ໃນວັນທີ 22 ພຶດສະພາ 2021 ກວດພົບຜູ້ຕິດເຊື້ອເພີ່ມ 19 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 4 ຄົນ; ຢູ່ສະຫວັນນະເຂດ 5 ຄົນ, ຈຳປາສັກ 5 ຄົນ ແລະ ແຂວງຄຳມ່ວນ 5 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.801 ຄົນ, ເສຍຊີວິດ 2 ຄົນ.
ໃນວັນທີ 23 ພຶດສະພາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະສະເພາະກິດ ນວ, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂ ຄ ວ ິ ດ ທີ່ກະຊວງສາທາລະນະສຸກ.
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດວັນທີ 23 ພຶດສະພາ 2021 ຕົວເລກສະສົມຜູ້ຕິດເຊື້ອໃນລາວ ມີທັງໝົດ 1.801 ຄົນ, ເສຍຊີວິດ 2 ຄົນ, ປິ່ນປົວຫາຍດີທັງໝົດ 1.074 ຄົນ ໃນນີ້ປິ່ນປົວຫາຍດີມື້ນີ້ 49 ຄົນ, ມາຮອດວັນທີ 22 ພຶດສະພາ 2021 ໄດ້ເກັບ
ຕົວຢ່າງໄປກວດຫາເຊື້ອທັງໝົດ 1.631 ກໍລະນີ ພົບຜູ້ຕິດເຊື້ອ 19 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 4 ຄົນ; ຢູ່ສະຫວັນນະເຂດ 5 ຄົນ, ຈຳປາສັກ 5 ຄົນ ແລະ ແຂວງຄຳມ່ວນ 5 ຄົນ, ສຳລັບສູນຈຳກັດບໍລິເວນໃນທົ່ວປະເທດຍັງເຫຼືອ 44 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.223 ຄົນ.
ພ້ອມນີ້ຍັງມີຜູ້້ເດີນທາງເຂົ້າມາ ສປປ ລາວ ຕາມທີ່ຄະນະສະເພາະກິດອະນຸຍາດ ມີຈຳນວນ 2.761 ຄົນ ທຸກຄົນໄດ້ຜ່ານການກວດຫາເຊື້ອ ແລະ ຈຳກັດບໍລິເວນ. ພ້ອມນີ້ກໍ່ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຈົ່ງໃຫ້ການຮ່ວມມື ບໍ່ຈຳເປັນບໍ່ຄວນອອກຈາກເຮືອນ, ຫາກຈະໄປຂໍໃຫ້ໄປພຽງຕະຫຼາດເທົ່ານັ້ນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອນຳໄປສູ່ຄົນໃນຄອບຄົວທ່ານ ແລະ ຂໍໃຫ້ສັງຄົມຢ່າລັງກຽດຜູ້ຕິດເຊື້ອທີ່ປິ່ນປົວຫາຍດີແລ້ວ.