ສາທາລະນະສຸກ ປະເທດມາລາວີຈູດວັກຊີນແອສຕຣາເຊເນກາເກືອບ 20.000 ໂດສ ຫຼັງພົບວັກຊີນໝົດອາຍຸ

    0
    326

    ສຳນັກຂ່່າວບີບີຊີລາຍງານວ່າ ເຈົ້າໜ້າທີ່ສາທາລະນະສຸກມາລາວີເຮັດການເຜົາວັກຊີນປ້ອງກັນໂຄວິດ-19 ຂອງຍີ່ຫໍ້ແອສຕຣາເຊເນກາທີ່ໝົດອາຍຸແລ້ວຈຳນວນ 19,610ໂດສ ໂດຍກ່າວວ່າຈະສ້າງຄວາມໝັ້ນໃຈແກ່ປະຊາຊົນວ່າວັກຊີນທີ່ເຈົ້າໜ້າທີ່ສາທາລະນະສຸກໄດ້ຮັບປອດໄພ ຖືວ່າເປັນປະເທດທຳອິດໃນທະວີບແອຟຣິກາທີ່ເຮັດແບບນີ້ຕໍ່ໜ້າປະຊາຊົນ.ມາລາວີໄດ້ຮັບວັກຊີນແອສຕຣາເຊເນກາ 102,000ໂດສ ທີ່ໄດ້ມາຈາກສະຫະພາບແອຟຣິກາເມື່ອວັນທີ 26 ມີນາ ທີ່ຜ່ານມາ ແລະ ໃຊ້ວວັກຊີນໄປແລ້ວເກືອບ 80% ຂອງຈຳນວນດັ່ງກ່າວ ແຕ່ວັກຊີນຈຳນວນນີ້ຂຽນກຳກັບວັນໝົດອາຍຸແມ່ນ 13 ເມສາ 2021 ທາງສາທາລະນະສຸກຈຶ່ງໄດ້ນຳມັນມາຈັດການເຜົາຖິ້ມ.

    ທ່ານ ດຣ. ຊາຣ໌ ມະວັນຊຳໂບ ລັດຖະມົນຕີກະຊວງສາທາລະນະສຸກມາລາວີ ກ່າວກັບສຳນັກຂ່າວບີບີຊີວ່າ ນີ້ເປັນເລື່ອງໂຊກຮ້າຍທີ່ພວກເຂົາຕ້ອງໄດ້ທຳລາຍວັກຊີນ ແຕ່ການທຳລາຍມັນມີປະໂຫຍດຫຼາຍກວ່າການໄດ້ຮັບຄວາມສ່ຽງ.ມາລາວີບໍ່ແມ່ນປະເທດດຽວໃນແອຟຣິກາທີ່ມີວັກຊີນໝົດອາຍຸຕອນທຳອິດອົງການອານາໄມໂລກ (WHO) ຂໍໃຫ້ມາລາວີເຂົ້າເກັບວັກຊີນຈົນກວ່າຈະສາມາດລະບຸໄດ້ວ່າຍັງສາມາດໃຊ້ງານໄດ້ ຫຼື ບໍ່ ແຕ່ຕອນນີ້ WHO ກ່າວວ່າ ຄວນທຳລາຍວັກຊີນທີ່ຜູ້ຜະລິດສົ່ງອອກພ້ອມກຳນົດວັນໝົດອາຍຸ.

    ອົງການອານາໄມໂລກລະບຸຖະແຫຼງການເມື່ອວັນທີ 17 ພຶຶດສະພາ ວ່າ “ເຖິງແມ່ນວ່າການຖິ້ມວັກຊີນຈະເປັນເລື່ອງທີ່ໜ້າເສຍໃຈຢ່າງຍິ່ງໃນບົດບາດຂອງໂຄງການສ້າງພູມກັນໂຣກໃດໆ WHO ແນະນຳວ່າຄວນນຳວັກຊີນທີ່ໝົດອາຍຸເຫຼົ່ານີ້ອອກຈາກຫ່ວງໂຊການຈັດຈຳໜ່າຍ ແລະ ກຳຈັດຢ່າງປອດໄພ”.

    ສ່ວນວັກຊີນອື່ນໆ ທີ່ໃຊ້ຢູ່ໃນປັດຈຸບັນມີອາຍຸການເກັບຮັກສາໄດ້ດົນເຖິງ 36 ເດືອນ ຄວາມທ້າທາຍຂອງວັກຊີນປ້ອງກັນໂຄວິດ-19 ຄືມີການໃຊ້ງານມາໜ້ອຍກວ່າ 1 ປີ ແລະ ບໍ່ມີຂໍ້ມູນສາລະສຳຄັນກ່ຽວກັບປະສິດທິພາບຫຼັງໃຊ້ເວລາດົນ.ທັງນີ້, ມາລາວີມີການວັກຊີນໃນລະດັບຕໍ່າ ແລະ ເຈົ້າໜ້າທີ່ສາທາລະນະສຸກຫວັງວ່າການດຳເນີນການດັ່ງກ່າວຈະຊ່ວຍເພີ່ມຄວາມໝັ້ນໃຈແກ່ປະຊາຊົນ ສ່ວນຍອດຜູ້ຕິດເຊື້ອທົ່ວປະເທດຢູ່ທີ່ 34,232 ຄົນ ແລະ ເສຍຊີວິດ 1,153 ຄົນ.

    ຮຽບຮຽງຂ່າວ: ພຸດສະດີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.