ເປີດປະຫວັດທ່ານຫມໍທີມງານ ທີມທີ 2 ປະຈຳໂຮງຫມໍສະຫນາມຫ້ວຍຫົງ ປິ່ນປົວພະຍາດໂຄວິ ດ

    0
    673

    ເປີດປະຫວັດທ່ານຫມໍ-ພະຍາບານ-ທີມງານ ທີມທີ 2 ປະຈຳໂຮງຫມໍສະຫນາມຫ້ວຍຫົງ ປິ່ນປົວພະຍາດໂຄວິດ. ແມ່ນການລວມທີມຈາກຫລາຍພະແນກການ. ເປັນຄວາມຕ່າງທີ່ລົງຕົວ ❤️❤️

    ດຣ ກໍ ຈັ້ງຊ່ຽວຊານຂັ້ນ 2 ພະຍາດຊຶມເຊື້ອ-ເຂດຮ້ອນ ຈາກມະຫາວິທະຍາໄລຂ່ອນແກ່ນ ປະເທດໄທຊ່ຽວຊານຂັ້ນ 1 ສາຂາອາຍຸລະສາດ ຈາກປະເທດລາວປະຈຳການທີ່ ພະແນກຊຶມເຊື້ອ-ພະຍາດເຂດຮ້ອນ.

    ດຣ ຄາວີ ເທນທຳເນົາປະລິນຍາຕີຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບປະຈຳການທີ່: ພະແນກພານໃນທົ່ວໄປ.

    ດຣ ສົມອາພອນ ຈັນກອງສິນປະລິນຍາໂທ 2: ລະບາດວິທະຍາ ຈາກມະຫາວິທະຍາໄລບາເຊວ ປະເທດສະວິດເຊີແລນປະລິນຍາໂທ 1: ພະຍາດຊຶມເຊື້ອ-ເຂດຮ້ອນ ຈາກສະຖາບັນພະຍາດເຂດຮ້ອນຝຮັ່ງໂກໂຟນີປະຈຳການທີ່: ພະແນກຊຶມເຊື້ອ-ພະຍາດເຂດຮ້ອນ.

    ນ. ນ້ອຍ ແສງບົວພາສາວພະຍາບານຜູ້ມີຄວາມຫ້າວຫັນ ຈິງຈັງກັບທຸກຫນ້າວຽກຜ່ານການຝຶກງານຈາກ ສສ ເກົາຫລີປະຈຳການທີ່: ພະແນກຊຶມເຊື້ອ-ພະຍາດເຂດຮ້ອນ.

    ນ. ວຽງແກ້ວ ວົງພັກດີສາວພະຍາບານ ຜູ້ມີຄວາມຮອບຄອບ ເອົາໃຈໃສ່ຄົນເຈັບທຸກບາດກ້າວປະຈຳການທີ່: ພະແນກຊຶມເຊື້ອ-ພະຍາດເຂດຮ້ອນ.

    ນ. ພອນນາລີ ພົນມີໄຊສາວພະຍາບານ ຜູ້ຫ້າວຫັນທັງວຽກຍິງ ແລະ ວຽກຊາຍປະຈຳການທີ່: ພະແນກປະສູດພະຍາດຍິງ.

    ນ. ມິ່ງ ຈັນທະວົງສາວພະຍາບານ ວາດຊົງນິ້ງໆ ແຕ່ເອົາຢູ່ທຸກສະຖານະການປະຈຳການທີ: ພະແນກຊຶມເຊື້ອເດັກນ. ຄູນ ທິຫນອມໃຈສາວພະຍາບານ ຜູ້ເກັບລາຍລະອຽດທຸກອະລິຍະບົດປະຈຳການທີ່: ພະແນກຟື້ນຟູຊີບເດັກ-ເດັກເກີດໃຫມ່.

    ນ. ນຸດມະນີ ວິຈິດວົງສາສາວພະຍາບານຜູ້ງາມປະຈຳທີມ ທັງງາມທັງເກັ່ງເດີ້ປະຈຳການທີ່: ພະແນກຜ່າຕັດລະບົບຖ່າຍເທ.

    ນ. ຄຳຜ່ອນ ວົງຄຳສອນສາວພະຍາບານ ວາດຊົງນິ້ງໆແຕ່ການເຮັດວຽກບໍ່ທຳມະດາປະຈຳການທີ່: ພະແນກເດັກ.

    ນ. ແສງນວນ ສຸວັນນະສານສາວພະຍາບານຂວັນໃຈຄົນໃນທີມ ນ້ອຍໆຫັນໆແມ່ນເພິ່ນນິເລີຍປະຈຳການທີ່: ພະແນກກະເພາະລຳໄສ້.

    ທ. ລຸນ ຄຳສອນເລື່ອງຄວາມສະອາດໄວ້ໃຈເພິ່ນໄດ້ ທຸກອານູ ສອກລືບທາງໃດແມ່ນເພິ່ນກວດລຽບປະຈຳການທີ່: ອານະໄມ ແລະ ອະເຊື້ອ.

    ທ. ໂນ ສີທອງຄຳຄົນເຈັບຢູ່ໃສ ຂໍໃຫ້ບອກ ອ້າຍໂນ້ຈັດສົ່ງວ່ອງໄວ ທັນໃຈ ທັນສະໄຫມ ດ້ວຍລົດອຳບູລັງປະຈຳການທີ່: ຂັບລົດ.

    ທ ຢາ ຍອຍມະນີອະເຊື້ອບ່ອນໃດຂໍໃຫ້ບອກ ເພິ່ນຈັດການໃຫ້ບໍ່ໃຫ້ມີບ່ອນຕິປະຈຳການທີ່: ອານະໄມ ແລະ ອະເຊື້ອ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.