ຂໍຊົມເຊີຍນ້ຳໃຈໝໍ!!!ແມ່ຕິດໂຄວິດ ໝໍຊ່ວຍອຸ້ມລູກນ້ອຍໄວ່ດົນກວ່າ 30 ນາທີ ທ່າມກາງອາກາດຮ້ອນ

    0
    565

    ໜື່ງພາບລ້ານຄວາມໝາຍ :ທີ່ສູນຮັບຜູ້ປ່ວຍໂຄວິດປະເທດເພື່ອນບ້ານ (ປະເທດໄທ) ໄດ້ມີລາຍງານວ່າໂຮງໝໍ ສະໜາມ ອາຄານພານິດມິນິບຸດ ສະໜາມກີລາແຫ່ງຊາດ ຂອງກຸງເທບມະຫານະຄອນ.ໃນຮູປໂຮງໝໍແຫ່ງໜື່ງໄດ້ມີທ່ານໝໍຄົນໜື່ງອຸ້ມເດັກນ້ອຍອາຍຸພຽງ 1 ເດືອນດົນກວ່າ 30 ນາທີ ທ່າມກາງອາກາດຮ້ອນອົບເອົ້າ.

    ຊື່ງເເມ່ຂອງເດັກນ້ອຍແມ່ນຊາວຕ່າງດ້າວ ຕິດເຊື່ອໂຄວິດ -19 ແຕ່ເດັກນ້ອຍພຽງ 1 ເດືອນນັ້ນບໍ່ໄດ້ຕິດ. ຢູ່ໃນລະຫວ່ງລໍຖ້າພີ່ນ້ອງມາຮັບກັບ ເພາະພີ່ນ້ອງທາງເພີ່ນຫຼົງທາງກັນ ຖ້າດົນກວ່າ 30 ນາທີເຊີ່ງເວລາຕໍ່ມາໄດ້ມີທີມອາສາໄດ້ໂທບອກກັບພີ່ນ້ອງແລ້ວ.ສຸດທ້າຍທີມງານເຈົ້າໜ້າທີ່ ແລະ ລົດຕູ້ອາສາໄດ້ອາສາໄປສົ່ງເດັກນ້ອຍໃຫ້ພີ່ນ້ອງຈົນປອດໄພ. ຊົມເຊີຍທ່ານໝໍອົດທົນເພື່ອປະຊາຊົນທີ່ແທ້ຈີງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.