ແຊຣເຕື່ອນ.! ສັ່ງເຄື່ອງອອນໄລ ສຸດທ້າຍໄດ້…?

    0
    299

    ມີໃຜຮູ້ຈັກກັບນາງສົມຄົນນີ້ ຊ່ວຍທັກມາບອກແດ່ເດີ ນາງສົມຄົນນີ້ລາວຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເຂດປາກຊອງລະຫານ້ຳ. ເຫດຜົນກໍ່ຄືວ່າ :ລາວໄດ້ລົງໂຟດຂາຍໂທລະສັບ ມືຖື ຂອ້ຍເຫັນ ລາວເອົາລົງກໍ່ຄິດຢາກໄດ້ ຈີ່ງໄດ້ຖາມຊື້ໂທລະສັບນຳລາວ .

    ລາວກໍ່ໄດ້ຕົກລົງຂາຍໃນລາຄາ 5ແສນກີບ ນອກຈາກໄດ້ຕົກລົງຊື້ຂາຍກັນແລ້ວ ລາວໃຫ້ຂອ້ຍໂອນເງິນໄປໃຫ້ລາວກ່ອນ ຂອ້ຍກໍ່ໄດ້ໂອນເງິນໄປໃຫ້ຕາມຈຳນວນ ທີ່ໄດ້ຕົກລົງນຳກັນ.

    ພາຍຫລັງໂອນເງິນໄປໃຫ້ແລ້ວ ລາວກໍ່ເອົາໂທລະສັບໄປຝາກນຳບໍລິສັດ ກຽງໄກ ສາຂາປາກຊອງ ເມືອງສອງຄອນ ແຂວງສະຫວັນນະເຂດ ໃນຕອ່ນບາຍຂອງວັນທີ່21/5/2021.

    ເມື່ອມາຮອດວັນທີ່ 22/5/2021 ທາງບໍລິສັດກຽງໄກ ສາຂາທ່າແຂກ ເພິ່ນໄດ້ໂທຫາໃຫ້ຂອ້ຍໄປເອົາຂອງຝາກ ຂອ້ຍກໍ່ໄດ້ເດີນທາງ ແຕ່ເມືອງມະຫາໄຊ ເພື່ອໄປເອົາເຄື່ອງຝາກ ໄລຍະທາງ 40ກິໂລແມັດ.

    ໂທລະສັບໂຄສະນາຂາຍ ພໍໄປເຖິງບໍລິສັດກຽງໄກ ທ່າແຂກ ກໍ່ໄດ້ຮັບເອົາເຄື່ອງນຳບໍລິສັດ ມາແກະເບິ່ງໃນກັອງທີ່ລາວຝາກມາ ກໍ່ບັງເອີ່ນວ່າ .ທາງໃນເປັນແຄ່ ກວດ ຄາລາບາວ ເກົ່າໆ ຄືຢູ່ໃນຮູບນັ້ນລະ.

    ໂທລະສັບໂຄສະນາຂາຍ ສະນັ້ນຈີ່ງຂໍວອນໝູ່ເພື່ອນທັງຫຼາຍ ໃຫ້ລະຫວັງຜູ້ຍິງຄົນນີ້ ເພາະວ່າເປັນຄົນບໍ່ດີໃນສັງຄົມບ້ານເມືອງເຮົາ ຖ້າໃຜຮູ້ກັບລາວ. ເຄື່ອງທີ່ໄດ້ຮັບ ຊອ່ຍບອກໃຫ້ລາວ ອອກມາຮັບຜິດຊອບ ຂໍໂທດໂດຍດີສາ ເລື່ອງມັນຈະໄດ້ຈົບໄປດວ້ຍດີ ເຄື່ອງທີ່ໄດ້ຮັບ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.