ຕາມນີ້ຫຼານນ້ອຍພັກຕໍ່ໄປ ຈົນກວ່າໂຄວິດຈະຫາຍຈາກບ້ານເຮົາ

    0
    717

    ເດັກນ້ອຍລູກຫຼານແມ່ນອະນາຄົດຂອງຊາດ ຕ້ອງຮັກສາໃຫ້ເຖິງທີ່ສຸດ ປ້ອງກັນໃຫ້ດີກວ່າກຸ່ມອື່ນໆເປັນຕົ້ນເດັກນ້ອຍກ່ອນໄວຮຽນ ໃຫ້ປະຕິບັດການລັອກດາວຕໍ່ໄປເນື່ອງຈາກຍັງບໍ່ສາມາດຊ່ວຍຕົນເອງໄດ້  ຕາມແຈ້ງການຂອງກະຊວງສືກສາທິການ ແລະກິລາ ເຂດທີ່ບໍ່ມີການລະບາດໃນ 14 ວັນຜ່ານມາໃຫ້ພິຈາລະນາເປີດສຳລັບຫ້ອງຈົບຊັ້ນເທົ່ານັ້ນ.ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ທົ່ວຂະແຫນງການສຶກສາ ແລະ ກິລາ ໃນຂອບເຂດ ທົ່ວປະເທດ.


    ຫົວຫນ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ໃຫ້ຜູ້ບໍລິຫານການສຶກສາ ແລະ ກີລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄໍາສັ່ງຂອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຄໍາສັ່ງເພີ່ມເຕີມ ແລະ ແຈ້ງການຂອງຫົວຫນ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ແລະ ຄໍາສັ່ງ-ຄໍາແນະນໍາຂອງຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງ ອອກໄປ ຕື່ມອີກ 15 ວັນ ຢ່າງເຂັ້ມງວດ ນັບແຕ່ວັນທີ 21 ພຶດສະພາ – 04 ມິຖນາ 2021.

    ໂດຍໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດຖ້າຫາກແຂວງ/ນະຄອນຫຼວງ ຫຼື ເມືອງ/ນະຄອນ ທີ່ບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໃຫມ່ໃນ ຊຸມຊົນ ໃນ 14 ວັນຜ່ານມາ (ແຕ່ວັນທີ 6 ເຖິງວັນທີ 20 ພຶດສະພາ 2021) ແລະ ສາມາດຈໍາກັດຄົນທີ່ເດີນທາງ ມາຈາກເຂດທີ່ມີການແຜ່ລະບາດໄດ້ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ, ແມ່ນອະນຸຍາດໃຫ້ເປີດການຮຽນ-ການສອນໃນສະຖານການສຶກສາ ແລະ ສູນຝຶກອົບຮົມວິຊາຊີບໄດ້.

    ແຕ່ທັ້ງນີ້ ການສຶກສາກ່ອນໄວຮຽນ ໃຫ້ສະຖານການສຶກສາກ່ອນໄວຮຽນທັງພາກລັດ ແລະ ເອກະຊົນ ສືບຕໍ່ໂຈະການຮຽນ-ການສອນ ແຕ່ວັນທີ 21 ພຶດສະພາ ເຖິງ 04 ມິຖຸນາ 2021, ເພາະຍັງບໍ່ສາມາດປະຕິບັດມາດຕະການຮັກສາໄລຍະຫ່າງ, ລ້າງມືເປັນປະຈໍາ ແລະ ການຊ່ວຍຕົນເອງຍັງບໍ່ທັນໄດ້ເທື່ອ.

    ສຳລັບສາຍສາມັນສຶກສາ ແລະ ການສຶກສານອກໂຮງຮຽນ: ຖ້າບໍ່ມີການລະບາດໃນຊຸມຊົນ 14 ວັນຜ່ານມາ ແມ່ນອະນຸຍາດໃຫ້ເປີດຮຽນຄືນແຕ່ຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາ ປີທີ 4 ແລະ ມັດທະຍົມສຶກສາ ປີທີ 7 ໃນວັນທີ 24 ພຶດສະພາ 2021 ພ້ອມນີ້ໃຫ້ສ້າງແຜນລະອຽດໃນການປະຕິບັດມາດຕະການ ສະກັດກັ້ນ, ປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລ້ວສະເຫນີຕໍ່ຄະນະສະເພາະກິດ ແລະ ອົງການ ປົກຄອງທ້ອງຖິ່ນ ເປັນຜູ້ພິຈາລະນາອະນຸມັດເປີດຮຽນ ລວມທັງຂັ້ນຮຽນທີ່ເຫຼືອ, ການຈັດການຮຽນການສອນ ແມ່ນໃຫ້ຄັດຈ້ອນບົດຮຽນທີ່ຍັງບໍ່ທັນຈົບຕາມຫຼັກສຸດ ເນັ້ນເນື້ອໃນຫຼັກ ແລະ ສອນທົດແທນ ຄືນ ເພື່ອກະກຽມການສອບເສັງ.

    ອາຊີວະສຶກສາ, ວິທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລ ທີ່ຢູ່ທ້ອງຖິ່ນຕ່າງໆທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນຜ່ານມາ: ສະຖານການສຶກສາໃດທີ່ເຫັນວ່າມີຄວາມປອດໄພຈາກການຕິດເຊື້ອ, ມີ ຄວາມພ້ອມໃນການເປີດຮຽນຄືນ, ນັກສຶກສາທັງຫມົດສາມາດກັບມາຮຽນຄືນໄດ້ ແມ່ນໃຫ້ເປີດຮຽນ ຄືນໃນສະຖານການສຶກສາ. ແຕ່ຕ້ອງໄດ້ເອົາໃຈໃສ່ຕໍ່ນັກສຶກສາທີ່ກັບມາຈາກຕ່າງແຂວງ ຫຼື ນັກສຶກສາທີ່ ພັກອາໄສນໍາຍາດພີ່ນ້ອງໃນເຂດທີ່ມີຄວາມສ່ຽງສູງ, ໂດຍປະຕິບັດມາດຕະການກວດວັດແທກອຸນຫະມຸມ, ຮັກສາໄລຍະຫ່າງ, ໃຊ້ຜ້າປິດປາກ-ດັງ, ລ້າງມືດ້ວຍເຈວ ແລະ ສະບູ ເປັນປະຈໍາ.

    ສ່ວນສະຖານການສຶກສາໃດທີ່ໄດ້ຮັບການອະນຸຍາດໃຫ້ເປີດ, ແມ່ນໃຫ້ຈັດບ່ອນນັ່ງໃຫ້ນັກຮຽນ-ນັກສຶກສານັ່ງຮຽນ 1 ຄົນຕໍ່ໂຕະ, ຖ້າເຫຼືອຫ້ອງແມ່ນໃຫ້ຈັດເປັນຫຼາຍຫ້ອງ, ເຮັດການວັດແທກອຸນຫະພຸມທຸກຄົນ ທີ່ເຂົ້າໃນສະຖານການສຶກສາ, ຖ້າມີຄູ-ອາຈານ ຫຼື ນັກຮຽນ-ນັກສຶກສາຫາກເຈັບເປັນກະທັນຫັນໃນ ເວລາຮຽນ ແມ່ນໃຫ້ແຍກຜູ້ທີ່ເຈັບເປັນອອກຈາກຄົນອື່ນ ແລະ ໃຫ້ໂທຫາຜູ່ປົກຄອງ, ສຸກສາລາ ຫຼື ໂຮງຫມໍທີ່ຢູ່ໃກ້ ເພື່ອຮັບໄປປິ່ນປົວໃຫ້ທັນການ; 2.7 ສະຖານການສຶກສາທີ່ຈະເປີດຮຽນຄືນໃຫ້ມີການຂ້າເຊື້ອ ແລະ ເຮັດອະນາໄມ ໂດຍສະເພາະສະຖານການສຶກສາທີ່ຖືກໃຊ້ເປັນສູນຈໍາກັດບໍລິເວນ ແລະ ສະຖານທີ່ເພື່ອກວດຫາເຊື້ອໂຄວິດ-19 ຜ່ານມາ..

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.