ມາຮອດມື້ນີ້ຈຳນວນຜູ້ຕິດເຊື້ອໂຄວິດ-19 ເລີ່ມເບົາບາງລົງ ແຕ່ຄະນະສະເພາະກິດລະບຸມື້ນີ້ ການລະບາດໃນຊຸມຊົນຍັງສືບຕໍ່ແຜ່ລາມຍ້ອນພວກກ່ຽວບໍ່ຮູ້ທີ່ມາຂອງການຕິດເຊື້ອ ບໍ່ຮູ້ວ່າມີເຊື້ອພະຍາດ ແລະຍັງອອກໄປນັ້ນນີ້ຫຼາຍບ່ອນຫຼາຍທີ່ລວມເຖິງສະຖານທີ່ໆມີຄົນຫຼາຍເປັນຕົ້ນຕະຫຼາດ ແລະສຳນັກງານຫ້ອງການຕ່າງໆ.
ຕາມລາຍງານຂອງຄະນະສະເພາະກິດໃນວັນທີ 22 ພຶດສະພາ 2021 ໃນນະຄອນຫຼວງວຽງຈັນພົບ 9 ຄົນ
ໃນນັ້ນ ພົບຜູ້ຕິດເຊື້ອຢູ່ບ້ານ ນາສ້າງໄຜ 7 ຄົນ (ເປັນຄອບຄົວ ແລະ ຍາດພີ່ນ້ອງກັນ) ໂດຍມີການພົວພັນ ກັບຜູ້ຕິດເຊື້ອທີ່ມີການຢັ້ງຢືນໃນວັນທີ 20 ແລະ 21 ພຶດສະພາ 2021 ແລະອີກສອງຄົນແມ່ນຢູ່ບ້ານ ທາດຫຼວງເໜືອ ແລະ ບ້ານອາມອນ ແຕ່ບໍ່ມີປະຫວັດການພົວພັນໃກ້ຊິດກັບຜູ້ຕິດເຊື້ອ (ບໍ່ຮູ້ແຫຼ່ງທີ່ມາ) ທາງທີມງານຄະນະສະເພາະກິດຍັງລົງເກັບກຳຂໍ້ມູນຢູ່.
ສິ່ງສຳຄັນຕອນນີ້ຕ້ອງຮູ້ສະຖານທີ່ໆຜູ້ຕິດເຊື້ອໄປ ເພື່ອປ້ອງກັນຕົວທ່ານເອງ ແລະຄອບຄົວບໍ່ໃຫ້ຕົກເປັນເຫຍື່ອຂອງເຊື້ອພະຍາດໂຄວິດ-19.
– 10 ພຶດສະພາ 2021 ໄປຕະຫຼາດໂພນຕ້ອງ – 12 ພຶດສະພາ 2021 ໄປຮ້ານຂາຍຢາ ບ້ານໄຮ່ຄຳ – 1-19 ພຶດສະພາ 2021 ໄປຕະຫຼາດຫົວຂົວ – 1-20 ພຶດສະພາ 2021 ໄປຕະຫຼາດໂນນຄໍ້ – 10-20 ໄປຮ້ານຂາຍເຄື່ອງຍ່ອຍ ບ້ານສົມສະຫງ່າ ແລະ ຮ້ານຂາຍເຄື່ອງຍ່ອຍ ຢູ່ບ້ານ ນາສ້າງໄຜ
– 13-18 ພຶດສະພາ 2021 ຜູ້ກ່ຽວເຮັດວຽກຢູ່ ທະນາຄານ ເອຊີລີດາ ສາຂາທາດຫຼວງ – 16-19 ພຶດສະພາ 2021 ໄປ ເຄພລາຊາ – 17-20 ພຶດສະພາ 2021 ໄປສູນການເງິນຈຸລະພາກ ສາຂາ ບ້ານໂນນຄໍ້ – 20 ພຶດສະພາ 2021 ໄປຕະຫຼາດດົງຈອງ – 20 ພຶກສະພາ 2021 ໄປສະຖາບັນການເງິນ ລາວ-ຍີ່ປຸ່ນ
ນອກຈາກນີ້ຍັງຕ້ອງຕິດຕາມສະຖານທີ່ຜູ້ຕິດເຊື້ອໄດ້ໄປເຮັດວຽກ ດັ່ງນັ້ນຈຶ່ງໃຫ້ຜູ້ຮ່ວມວຽກ ຫຼື ໄດ້ໄປສະຖານທີ່ດັ່ງກ່າວໃຫ້ຮີບຮ້ອນໄປກວດຫາເຊື້ອຢູ່ ມສ ລາວ-ຫວຽດ ເວລາ 09-12:00 ໂມງຂອງທຸກມື້.