ເຈົ້າແຂວງຈຳປາສັກ ລົງຕິດຕາມເບິ່ງໄພພິບັດຢູ່ເມືອງໂຂງ ຈາກລົມພາຍຸລະດູຮ້ອນ ພ້ອມມອບເຄື່ອງບັນເທົາທຸກ

    0
    252

    ໃນຕອນເຊົ້າວັນທີ 20 ພຶດສະພາ 2021 ນີ້, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມເຫດໄພພິບັດຈາກລົມພາຍຸລະດູຮ້ອນ ທີ່ພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນໃນຫຼາຍບ້ານຂອບເຂດເມືອງໂຂງ ເຮັດໃຫ້ມີຫຼາຍຄອບ ຄົວເຮືອນຖືກເປ່ເພເສຍຫາຍຈຳນວນ 279 ຫຼັງຄາເຮືອນ, ປະເມີນມູນຄ່າເສຍ ຫາຍ ເບື້ອງຕົ້ນ 1.347.120.000 ກີບ. ໂອກາດນີ້ທ່ານນາງ ຄຳພູ ລິດທິສັກ ກຳ ມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ໄດ້ລາຍງານໃຫ້ຮູ້ວ່າ: ໃນຄືນວັນທີ 17 ພຶດສະພາ 2021 ເວລາປະ ມານ 21:30 ໄດ້ເກີດມີລົມພະຍຸລະດູຮ້ອນ ພັດເຂົ້າໃສ່ບ້ານເຮືອນຂອງພໍ່ແມ່ປະຊາຊົນເປັນຕົ້ນ: ຢູ່ ກຸ່ມນາຝັ່ງມີຈຳ ນວນ 3 ບ້ານຄື: ນາລານ, ຫ້ວຍໄຮ ແລະ ບ້ານລົມພັດ ມີ 94 ຫລັງຄາເຮືອນ, ກຸ່ມຫາດຊາຍຄູນມີຈຳນວນ 1 ບ້ານຄື: ນາແສນພັນ ມີ 29 ຫຼັງຄາເຮືອນ ແລະ ຈຸດຫົວໂຂງ ມີຈໍານວນ 6 ບ້ານຄື: ໂຂງແຫຼມ, ໂຂງຫາດງິ້ວ, ຫົວສັນ, ຫາງສັນ, ແສ່ນລ່າມ ແລະ ບ້ານດົງ, ມີ 156 ຫຼັງ, ລວມທັງໝົດມີ 279 ຫຼັງ ເຊຶ່ງກ່ອນໜ້ານັ້ນໄດ້ລາຍງານໄປເບື້ອງຕົ້ນມີຈຳນວນ 254 ຫຼັງຄາເຮືອນ;

    ດັ່ງນັ້ນ ປັດຈຸບັນສາມາດລວບລວມປະເມີນມູນຄ່າເສຍຫາຍໃນເບື້ອງຕົ້ນມີຈຳນວນ 1.347.120.000 ກີບ. ໃນການລົງຕິດຕາມເບິ່ງຜົນກະທົບຄັ້ງນີ້ ການນຳແຂວງຈຳປາສັກກໍໄດ້ລົງຢ້ຽມຢາມຄອບຄົວພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກລົມພາຍຸຢູ່ຈຸດຫົວໂຂງ, ພ້ອມທັງໂອ້ລົມ ເພື່ອສ້າງຂວັນກຳລັງໃຈອັນອົບອຸ່ນ, ໃຫ້ກຳລັງໃຈໃນການສືບຕໍ່ປັບປຸງປົວແປງສິ່ງທີ່ເສຍຫາຍ ແລະ ໂອກາດນີ້ກໍໄດ້ເນັ້ນໜັກໃຫ້ອຳນາດການປົກຄອງເມືອງ ກໍຄືອຳນາດການປົກຄອງບ້ານ ໃຫ້ການຊ່ວຍເຫຼືອຄອບຄົວທີ່ຂາດເຂີນແຮງງານຕົ້ນຕໍ, ຂາດເຂີນເງິນຄຳໃນການປະຖົມພາຍາບານ ແລະ ອື່ນໆ; ທັງນີ້ ກໍ່ຍ້ອນ ຄວາມເປັນຫ່ວງເປັນໄຍຂອງຄະນະພັກ-ອົງການປົກຄອງ ຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຊາວເມືອງໂຂງ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນຄັ້ງນີ້.

    ໃນໂອກາດ ການນຳແຂວງຈຳປາສັກ ກໍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າສານ, ນ້ຳດື່ມ, ໄຂ່ໝີ່, ສັງກະສີ, ຕະປູ ທີ່ໄດ້ຈາກປັດໃຈການປະກອບສ່ວນຂອງນັກທຸລະກິດລວມມູນຄ່າ 500.000.000 ກີບມາມອບໃຫ້ອຳນາດການປົກຄອງເມືອງໂຂງ ເພື່ອມອບຕໍ່ໃຫ້ກັບພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກເຫດການດັ່ງກ່າວ.

    ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.