ອົງການອະນາໄມໂລກຢືນຢັນວ່າວັກຊີນທີ່ອົງການອະນາໄມໂລກໄດ້ອະນຸມັດໃຫ້ໃຊ້ທັງ 5 ຍີ່ຫໍ້ນັ້ນແມ່ນມີປະສິດທິພາບໃນການປ້ອງກັນ ໂ ຄ ວ ິ ດ ທີ່ກາຍພັນໄດ້ ແຕ່ WHO ເອງກໍຍັງສະແດງເຖິງຄວາມເປັນຫ່ວງຕໍ່ກັບການເດີນທາງລະຫວ່າງປະເທດທີ່ຍັງບໍ່ທັນປອດໄພ.ຜູ້ອໍານວຍການຂອງອົງການອະນາໄມໂລກປະຈໍາເອີຣົບ ຫຼື WHO ໄດ້
ສະແດງເຖິງຄວາມເປັນຫ່ວງເຖິງສະຖານະການການແຜ່ລະບາດຂອງພະຍາດ ໂ ຄ ວ ິ ດ ທີ່ຍັງຄົງລະບາດໃນຫຼາຍປະເທດ ທາງອົງການອະນາໄມໂລກເອງຈຶ່ງບໍ່ແນະນໍາໃຫ້ມີການເປີດປະເທດໃຫ້ເດີນທາງ ແລະ ຂໍໃຫ້ປະເທດຕ່າງໆທົບທວນເລື່ອງຂໍ້ຈໍາກັດທີ່ຈະໃຫ້ປະຊາຊົນເດີນທາງອອກນອກປະເທດ ເພາະຈະເປັນການນໍາເຊື້ອໄປແຜ່
ກະຈາຍໄດ້ງ່າຍ ແລະ ພ້ອມທັງມີການຢືນຢັນວ່າວັກຊີນປ້ອງກັນ ໂ ຄ ວ ິ ດ ທັງ 5 ຍີ່ຫໍ້ເຊິ່ງໄດ້ແກ່: Pfizer, Moderna, AstraZeneca, Johnson & Johnson’s ແລະ Sinopharm ມີປະສິດທິພາບໃນການປ້ອງກັນ ໂ ຄ ວ ິ ດ ກາຍພັນຂອງສາຍພັນອິນເດຍ, ສາຍພັນອັງກິດ ແລະ ສາຍພັນອາຟຣິກາໃຕ້ໄດ້.